⌘ K
ຄຳ·Entry

ເຂັມ

ນາມ
[kheam]
1
ເຫຼັກແຫຼມ ສຳລັບໃຊ້ຫຍິບຜ້າ ເຈາະຮູທີ່ກົ້ນ ເອີ້ນ ເຂັມຫຍິບຜ້າ. ຫຍິບແສ່ວ, ເອີ້ນ ເຂັມ ມີ 2 ຢ່າງ ຄື: ເຂັມນ້ອຍ, ເຂັມໃຫຍ່.
2
ຊື່ປານ້ອຍແນວໜຶ່ງ ປາກແຫຼມຄືເຂັມ ເອີ້ນ ປາເຂັມ.
3
ຊື່ພັນໄມ້ພຸ່ມແນວໜຶ່ງ ມີສອງຊະນິດ, ຊະນິດດອກຂາວ ເອີ້ນ ເຂັມຂາວ, ຊະນິດດອກແດງ ເອີ້ນ ເຂັມແດງ.
4
ເສົາໄມ້ແກ່ນ ຫຼື ເສົາຊີມັງປາຍແຫຼມສຳລັບຕອກລົງໃນບ່ອນທີ່ຈະປຸກເຮືອນ ສະເພາະພື້ນ ທີ່ເປັນບ່ອນບໍ່ແກ່ນ ເສົານີ້ເອີ້ນ ເສົາເຂັມ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ເຂັມ — ວັດຈະນານຸກົມລາວ