ຄຳ·Entry
ເກ້ງ
adjective໑
ໃຫຍ່ ຢ່າງວ່າ ຄວາຍແມ່ເກ້ງ, ຄວາຍແມ່ໃຫຍ່, ຄວາຍແມ່ເປ້ງ ກໍວ່າ.
Large or huge, typically used to describe a large female buffalo.
໒
ປາຂາວປະເພດໜຶ່ງໂຕໃຫຍ່ປະມານທໍ່ສາມນິ້ວມື ມີເກັດຂາວ ເອີ້ນ ປາຂາວເກ້ງ.
໓
ຊື່ໜ້າໄມ້ທີ່ເປັນເຄື່ອງມື ຫຼື ອາວຸດປະເພດໜຶ່ງ ມີສາຍ ແລະ ຄັນຍາວ ທີ່ຄັນນັ້ນຖືກເຈາະໃຫ້ເປັນຮ່ອງເພື່ອໃສ່ລູກໜ້າ ມີຊື່ເອີ້ນວ່າ ໜ້າເກ້ງ ຫຼື ໜ້າເກັກ ກໍວ່າ.
໔
ແມ່ນສັດປ່າຊະນິດໜຶ່ງ ໂຕຄ້າຍຄືກວາງ ໂຕໃຫຍ່ທໍ່ມ້າ ມີເຂົາເປັນງ່າມຫຼາຍງ່າມ ເອີ້ນ ອີ່ເກ້ງ ຫຼື ກວາງແມ່ໃຫຍ່ກວ່າໝູ່ ກໍວ່າ, ຄໍາວ່າເກ້ງນີ້ໃຊ້ກັບຄວາຍແມ່ໂຕໃຫຍ່ກວ່າໝູ່ ເອີ້ນ ຄວາຍອີ່ເກ້ງ ກໍໄດ້.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →