ຄຳ·Entry
ຮາງ
ນາມ[hang]
1
ໄມ້ ຫຼື ໂລຫະ ທີ່ເຮັດເປັນຮ່ອງຍາວໆສໍາລັບໃສ່ອາຫານລ້ຽງສັດ ເອີ້ນ ຮາງ ເຊັ່ນ ຮາງໝູ ຮາງເປັດ ຮາງໄກ່ ເປັນຕົ້ນ, ຮາງສໍາລັບປູກຜັກເອີ້ນ ຮາງ ເຊັ່ນ ຮາງຜັກບົ່ວ, ຮາງຜັກຊີ, ຮາງຜັກແປ້ນ ເປັນຕົ້ນ.
A long trough made of wood or metal for feeding animals or for planting vegetables.
2
ໄມ້ ຫຼື ໂລຫະທີ່ເຮັດເປັນຮ່ອງຍາວໆ, ສໍາລັບຮອງນ້ໍາຊາຍຄາ ເອີ້ນ ຮາງລີນ.
3
ເຂົ້າທີ່ກ່ຽວໃນເວລາທີ່ຍັງບໍ່ທັນສຸກຄັກ ຫຼື ໃກ້ຈະສຸກຄັກ ເອົາມາຂົ້ວໃຫ້ສຸກແລ້ວຈຶ່ງຕໍາ ເອົາໄປໜຶ້ງ ເອີ້ນ ເຂົ້າຮາງ.
4
ຊື່ເງິນຕາທີ່ໃຊ້ຢູ່ໃນປະເທດລາວແຕ່ສະ ໄໝບູຮານ ເຮັດດ້ວຍເງິນແທ້ ມີນໍ້າຫນັກ 6 ຕໍາລຶງ ກັບ 6 ສະຫຼຶງ ຄືໜັກ 25 ບາດ 50 ສະຕາງ ຫຼື 50 ອັດ ມີຮູບອັກສອນ ຈີນ2 ຕົວ ຕີເປັນຕາໝາຍໄວ້ ຈຶ່ງສັນນິດຖານວ່າ ເງິນຮາງຄົງໄດ້ມາຈາກຈີນ.
5
ຂອງທີ່ໃຫ້ຕອບແທນຄວາມດີ ຄວາມຊອບ ເອີ້ນ ຮາງວັນ ຢ່າງວ່າ "ສູນີ້ເສຍແຮງລ້ຽງ ຮາງວັນກູແຈກ".
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →