ຄຳ·Entry
ຫຼາບ
ກິລິຍາ[hap]
1
ຍອມ ເຊັ່ນ ຄົນທຳຜິດ ແລ້ວຖືກລົງໂທດຢ່າງໜັກ, ຄົນບູຮານໃຊ້ວິທີ ເອົາໄມ້ໜີບຂະໝັບ, ທັບເລັບ ຫຼື ຕີດ້ວຍຫວາຍ ເອີ້ນ ເຮັດໃຫ້ຫຼາບ ຢ່າງວ່າ "ພໍແຕ່ຕີນາບໃຫ້ ມັນຫຼາບເກງກົວ ສະໜ່ອຍເນີ".
2
ແຜ່ນເງິນ ຫຼື ແຜ່ນຄຳ ທີ່ເຈົ້າສັດທາ ຫຼື ເຈົ້າບ້ານ ເຈົ້າເມືອງ ເຮັດຂຶ້ນໃສ່ກອງຫົດ ເພື່ອຫົດສົງພະພິກຂຸທີ່ມີອາຍຸພັນສາ ແລະ ມີຄວາມຮູ້ສົມຄວນທີ່ຈະປົກຄອງພະສົງສາມະເນນໄດ້ ເອີ້ນ ຫຼາບ, ຫຼາບມີສອງແນວ ຄື ຫຼາບເງິນ ແລະ ຫຼາບຄຳ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →