⌘ K
ຄຳ·Entry

ຫຼອດ

noun
ໄມ້ ຫຼື ໂລຫະ ກົມໆ ນ້ອຍໆ ມີຮູຊອດໃຊ້ສໍາລັບກ້ຽວເສັ້ນຝ້າຍ ຫຼື ໄໝ ເພື່ອຕ່ຳຫູກ ເອີ້ນ ຫຼອດຝ້າຍ, ຫຼອດໄໝ. ຊື່ໄມ້ເຄືອແນວໜຶ່ງ ໜ່ວຍ ຄື ຫຼອດທີ່ປັ່ນເສັ່້ນຝ້າຍແລ້ວ ເອີ້ນ ໝາກຫຼອດ. ຊີ້ນ ຫຼື ປາທີ່ເຮັດເປັນຕ່ອນຍາວແລະ ນ້ອຍໆ ແລ້ວຕາກແດດໃຫ້ແຫ້ງ ເອີ້ນ ຊີ້ນຫຼອດ ປາຫຼອດ. ແຜ່ນເງິນແຜ່ນທອງ ທີ່ຂຽນຄາຖາ ແລ້ວປຸກເສກ ພັນໃຫ້ກົມ ໃຊ້ສຳລັບປ້ອງກັນຕົວ ເອີ້ນ ໝາກຫຼອດ, ໝາກພ້າວ ທີ່ຖືກດ້ວງເຈາະບໍ່ໃຫຍ່ ແຫ້ງຕິດຢູ່ກັບຕົ້ນ ເອີ້ນ ໝາກພ້າວຫຼອດ. ລູກຄົນ ຫຼື ສັດ ທີ່ອອກກ່ອນກຳນົດ ເອີ້ນ ລູກຫຼອດ.
ທໍ່ນ້ອຍໆກົມໆ ໃຊ້ດູດນໍ້າຫວານ ຈາກຈອກ, ຈາກແກ້ວ ເອີ້ນ ຫຼອດດູດ.
ອາການຝີໃຄ່ຂຶ້ນແລ້ວຍຸບລົງ ບໍ່ເປັນໜອງຕໍ່ໄປ ເອີ້ນ ຝີຫຼອດ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ