ຄຳ·Entry
ຫົວ
ກິລິຍາ[hoo]
1
ສະແດງອາການດີໃຈ ແລ້ວ ປ່ອຍສຽງອອກມາ ດັ່ງວ່າ "ເພີ່ນນັ່ງໄຫ້ໂຕຢ່ານັ່ງຫົວ".
To show happiness and emit a sound; to laugh.
2
ສ່ວນຂອງຮ່າງກາຍ ເໜືອຄໍຂຶ້ນໄປ ເອິ້ນ ຫົວ ເຊັ່ນ ຫົວງົວ, ຫົວຄວາຍ, ຫົວຄົນ. ເຫງົ້າຂອງມັນ ແລະ ພືດພັນຕ່າງໆ ທີ່ຝັງຢູ່ໃນດິນ ເອີ້ນຫົວ ເຊັ່ນ ຫົວມັນ, ຫົວເຜືອກ, ຫົວຜັກກາດ ຫົວຜັກບົ່ວ ເປັນຕົ້ນ. ສິ່ງທີ່ຢູ່ຂ້າງໜ້າ ຫຼື ທີ່ສົມມຸດວ່າຂ້າງໜ້າ ເອີ້ນ ຫົວ ເຊັ່ນ ຫົວເຮືອ, ຫົວແຖວ, ຫົວທີ, ຫົວເຮືອນ ເປັນຕົ້ນ. ສ່ວນທີ່ເປັນຄູ່ກັບຫາງ ເອີ້ນ ຫົວ ເຊັ່ນ ຫົວຕາ, ຫົວຄິ້ວ. ສິ່ງທີ່ນິຍົມວ່າດີ ເອີ້ນຫົວ ເຊັ່ນ ຫົວເຫຼົ້າ, ຫົວຢາ, ຫົວນ້ຳຫອມ. ເວລາເລີ່ມຕົ້ນເອີ້ນ ເຊັ່ນ ຫົວທີ, ຫົວກໍ່, ຕຳອິດຕຳອໍ່ ກໍວ່າ. ສ່ວນທີ່ເປັນ ປະໂຫຍດ ເອີ້ນ ຫົວ ເຊັ່ນ ໝາກພ້າວຄັ້ນເອົາ ນ້ຳມັນຄັ້ງທຳອິດ ເອີ້ນ ຫົວກະທິ. ຄົນທີ່ໜ້າຮັກ ເອີ້ນຫົວ ເຊັ່ນ ລູກຫົວແກ້ວຫົວແຫວນ. ລົມທີ່ພັດ ຫຼື ຫວັ່ນແຮງ ເອີ້ນ ລົມຫົວກຸດ, ຕົ້ນເລື່ອງ ຫຼື ໃຈຄວາມສຳຄັນ ເອີ້ນຫົວຂໍ້, ສ່ວນຕົ້ນ ຫຼື ກົກ ເອີ້ນ ຫົວ ເຊັ່ນ ຫົວສິ້ນ ຫົວໜັງສື ຫົວປີ, ລັກສະນະນາມ ຮຽກໜັງສືເປັນປຶ້ມ ຫຼື ເປັນເຫຼັ້ມວ່າ ຫົວ ເຊັ່ນ ໜັງສືສອງຫົວ, ສາມຫົວ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →