⌘ K
ຄຳ·Entry

ຫູງ

verb
ຕົ້ມເຂົ້າຈ້າວໃຫ້ສຸກໃນໝໍ້, ໂດຍເອົາເຂົ້າຈ້າວໃສ່ໃນໝໍ້ ເອົານ້ຳໃສ່ຕົ້ມໃຫ້ເຂົ້າຍຶ່ງຂຶ້ນພໍສົມຄວນ ຈິ່ງເຫຍັ້ນນ້ຳອອກ, ແລ້ວເອົາໝໍ້ຄ້າງໄຟພໍອ່ອນໆໄວ້ຈົນເຂົ້າສຸກດີ ເອີ້ນ ຫູງເຂົ້າ ນີ້ເປັນວິທີຂອງບູຮານ, ແຕ່ດຽວນີ້ກະນ້ຳ ແລະ ເຂົ້າພໍດີແລ້ວຄ້າງໄຟໃຫ້ສຸກເລີຍ ບໍ່ຕ້ອງເຫຍັ້ນນ້ຳອອກ, ສ່ວນຫຼາຍໃຊ້ໝໍ້ຫູງໄຟຟ້າ.
ຕົ້ມຂອງເປັນກ້ອນໃຫ້ເປື່ອຍ ໂດຍບໍ່ຕ້ອງໃສ່ນ້ຳ ໃຫ້ຂອງນັ້ນເປື່ອຍອອກເປັນນ້ຳເອງ ດັ່ງ ຫູງແກ້ວ ຫຼື ຫູງນວດ ເປັນຕົ້ນ.
ຄົນທີ່ຕາຍເພາະຕົກຕົ້ນໄມ້ ຄວາຍຊົນ, ຖືກຍິງ, ຖືກແທງ, ຖືກຟ້າຜ່າ, ເປັນຕົ້ນ ເອີ້ນ ຄົນຕາຍຫູງ, ຜີຕາຍຫູງ ກໍວ່າ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ