⌘ K
ຄຳ·Entry

ຫິ້ງ

noun
ຮ້ານສຳລັບວາງເຄື່ອງສັກກາລະບູຊາ ມີດອກໄມ້ທູບທຽນ ເພື່ອບູຊາສິ່ງທີ່ໂຄລົບນັບຖື, ສານດ້ວຍໄມ້ໄຜ່ ເປັນຕາຫ່າງໆ ຕັ້ງ ຫຼື ແປະໄວ້ທີ່ຫົວນອນ ເອີ້ນ ຫິ້ງພະ ບູຮານເຮັດໄວ້ເພື່ອບູຊາຜີດ້ຳ.
ຮ້ານຢູ່ເທິງບ່ອນຊື່ເຕົາໄຟ ສານດ້ວຍໄມ້ໄຜ່ ເປັນຮູບສີ່ລ່ຽມ ສຳລັບມ້ຽນຖ້ວຍບ່ວງ ຫຼື ຢ້າງຊີ້ນຢ້າງປາ ເອີ້ນ ຫິ້ງຢ້າງ ຫຼື ແຄ່ຫິ້ງ.
ຫໍເທວະດາ ຫຼື ຫໍຜີທີ່ປຸກໄວ້ເພື່ອບູຊາຜີພໍ່ຜີແມ່ ຫຼື ປູ່ຍ່າຕານາຍ ເອີ້ນ ຫິ້ງ ຢ່າງວ່າ "ຫິ້ງປາກຖ້ຳ ທັນດ່ວນຜາຈວງ ມາກິນ ຕູກໍມີໃຈຈົງ ຈອດສູສົມສ້າງ".
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ