⌘ K
ຄຳ·Entry

ຫິງ

ນາມ
[hing]
1
ຊື່ການຫຼິ້ນແນວໜຶ່ງຂອງພວກເດັກນ້ອຍ, ການຫຼິ້ນເອົາໄມ້ຄ້ອນນ້ອຍໆຍາວປະມານເຄິ່ງແຂນ ທີ່ເອີ້ນວ່າ ແມ່ຫິງເຕາະລູກຫິງນັບ ຖ້າລູກຫິງຕົກດິນແລ້ວເຊົາ ໃຫ້ຄູ່ແຂ່ງເຕາະໄດ້ຈຳນວນທໍ່ໃດ ຈຶ່ງເອົາລູກລົງກ່າຍດິນ ບ່ອນເຮັດໄວ້ເປັນຮ່ອງ ແລ້ວຕີໃຫ້ລູກຟົ້ງຂຶ້ນ ແລ້ວເອົາໄມ້ແມ່ຕີຮັບໃຫ້ຟົ້ງໄປ ຜູ້ໃດຕົກໄກກວ່າ ໃຫ້ຜູ້ນັ້ນ ເປ້ງ ຄືເອົາໄມ້ແມ່ຫິງຕີລູກຫິງໄປຕໍ່ໆ ກັນ ທໍ່ຈຳນວນທີ່ເຕາະລູກຫິງໄດ້ໝົດແລ້ວໃຫ້ ຜູ້ເສຍ ຫຼື ຜູ້ໄດ້ໜ້ອຍ ຈັບເອົາລູກຫິງກັ້ນໃຈແລ່ນ ແລະ ປາກກໍເປັ່ງສຽງວ່າ ຫິງມາຈົນເຖິງພອກ ຖ້າເຊົາຫັນໃຈກ່ອນເຖິງພອກ ຜູ້ແພ້ຕ້ອງຕີລູກຫິງຄືນອີກ ຜູ້ບໍ່ແພ້ຈິ່ງຈັບເອົາແລ່ນມາໃໝ່.

A traditional children's game involving small sticks; players hit a small stick to make it fly, scoring points based on distance.

2
ຄະນອງ ເຊັ່ນ: ຊ້າງຕົກມັນແລ້ວຄະນອງ ເອີ້ນ ຊ້າງຫິງ, ຊ້າງຍ້ອຍ ກໍວ່າ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ