ຄຳ·Entry
ສ່ວຍ
ນາມ[soy]
1
ຊົນເຜົ່າໜຶ່ງທີ່ເວົ້າພາສາມອນຂະແມ ຢູ່ທາງພາກໃຕ້ຂອງລາວ ເຊັ່ນ ເຂດເມືອງສຸຂຸມາ ແຂວງຈໍາປາສັກ.
An ethnic group speaking a Mon-Khmer language, living in the southern part of Laos, such as the Sukhuma district of Champasak province.
2
ເງິນຄຳເກັບຈາກປະຊາຊົນທີ່ເປັນເມືອງຂຶ້ນ ຈະຕ້ອງສົ່ງໄປໃຫ້ແກ່ເມືອງ ຫຼື ປະເທດທີ່ຕົນຂຶ້ນກັບ ດັ່ງວ່າ "ພັນເມືອງມາ ສ່ວຍທອງທັງຄ້າຍ" (ສິນໄຊ).
3
ຄົນໃນປະເທດໜຶ່ງ ທີ່ຕົກເປັນຂ້ອຍຂ້າຂອງປະເທດອື່ນ ເຊັ່ນ ຄົນລາວເຮົາທີ່ຕົກເປັນຂ້ອຍຂ້າຂອງໄທໃນເມື່ອກ່ອນ ເອີ້ນວ່າ ເປັນສ່ວຍ, ເປັນຂ້ອຍ, ເປັນທາດ ກໍວ່າ.
4
ລ້າງດ້ວຍນ້ຳໃສສະອາດ ເຊັ່ນ ສ່ວຍໜ້າສ່ວຍຕາ, ສວ່າຍ ກໍວ່າ ດັ່ງວ່າ "ມ້ຽນສວ່າຍໜ້າແຄງແລ້ວເລົ່າຈາ".
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →