ຄຳ·Entry
ສູດ
ກິລິຍາ[sut]
1
ກ່າວຄຳປາລີຂຶ້ນພ້ອມກັນ ແລະ ປ່ອຍສຽງສຳນຽງພໍດີ ຕາມທຳນອງສູດ ດັ່ງ ສູດມົນ, ສູດມຸງຄຸນເຮືອນ ເປັນຕົ້ນ.
2
ຂໍ້ຄວາມທີ່ແຕ່ງ ຫຼື ເປັນກຳນົດໄວ້ສັ້ນໆ ເພື່ອເປັນຫຼັກເກມ ຫຼື ເປັນແບບຂໍ້ກົດ ເຊັ່ນ ສູດຄູນ, ສູດເລກ, ແບບຮຽນ, ຕຳລາຮຽນ, ຄຳສອນໝວດໜຶ່່ງໃນພະພຸດທະສາສະ ໜາ ທີ່ເປັນເລື່ອງນິທານ ແລະ ບົດສຸພາສິດ ຮຽກວ່າ ພະສູດ ຫຼື ສູດຕັນຕະປິດົກ.
3
ຊື່່ແມງຊະນິດໜຶ່່ງ ມັກເຮັດຮັງຢູ່ຕາມໂກນໄມ້ ຫຼື ຮູດິນ ເອີ້ນ ແມງຂີ້ສູດຮັງຂອງມັນໜຽວ ເອົາມາໃຊ້ຕິດເຕົ້າແຄນໄດ້.
4
ປານ້ຳຈືດຊະນິດໜຶ່ງ ມີເກັດ, ມີຈຸດດຳຢູ່ກາງລຳຕົວ ແລະ ກໍມີເສັ້ນດຳຢູ່ຂອບຫາງ ເອີ້ນ ປາສູດ.
5
ຮ່ຳຮຽນ ຫຼື ເລົ່າຮຽນສຶກສາ ເຊັ່ນ ໄປສູດ ໄປຮຽນໜັງສືຢູ່ໃນເມືອງ.
6
7
ເຄື່ອງນຸ່ງເປັນຊຸດໃຫຍ່ ມີລັກສະນະສາກົນ ສໍາລັບເຂົ້າຮ່ວມງານສໍາຄັນ, ງານລ້ຽງ ງານດອງທີ່ມີກຽດສູງ. ຕົວຢ່າງ: ໃສ່ສູດເຂົ້າໃນງານ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →