ຄຳ·Entry
ສິງ
ນາມ[sing]
1
ແມ່ນງູຊະນິດໜຶ່ງ ບໍ່ມີພິດ ເອີ້ນວ່າ ງູສິງ ມີ 4 ສາຍພັນ ຄື: ສິງຝ້າຍ, ສິງເສື້ອ, ສິງດົງ ແລະ ສິງທອງ, ຫຼາຍທ້ອງຖິ່ນນິຍົມເອົາຊີ້ນງູສິງມາເຮັດອາຫານທີ່ແຊບຊ້ອຍ.
A type of non-venomous snake, called a python, with four subspecies: cotton python, tiger python, jungle python, and golden python; many locals use its meat for delicious food.
2
ອຸ້ມລູກນ້ອຍແລ້ວຈູບດົມທັງຮ່ອນໄປໆມາໆ, ກ່າວຄຳກ່ອມ ແລະ ໄກວອູ່ລູກອ່ອນໄປນຳ ກໍເອີ້ນ ສິງລູກນ້ອຍ.
3
ກິ້ງ ຫຼື ລໍ້ທຽນເຜິ້ງໃຫ້ກິ້ງໄປກິ້ງມາເຮັດໃຫ້ກົມງາມ ເອີ້ນວ່າ ສິງທຽນ, ສີທຽນ ກໍວ່າ.
4
5
ໂຕສິງ ເປັນສັດເຈົ້າປ່າ ຕົວໃຫຍ່ເທົ່າເສືອໂຄ່ງ ເປັນສັດຮ້າຍທີ່ກິນສັດອື່ນເປັນ ອາຫານ. ສິງມີຊື່ໜຶ່ງອີກວ່າ ລາຊະສີ, ດັ່ງ ວ່າ "ລາຊະສີສິງມອມມ່າຍ ກະຕ່າຍເຕັ້ນຕາມຫົງ ພູຊົງ ແລະ ເຍືອງປ່າ ມະຍູລາຄວ່າເດີນດົງ".
6
ຊື່ດາວພະເຄາະໜ່ວຍໜຶ່ງ ເອີ້ນວ່າ ດາວສິງ.
7
ຜີເຂົ້າຢູ່ໃນຄົນ ຮຽກ ຜີສິງ (ໄສຍະສາດ).
8
ລີ້ຊ່ອນ ເຊັ່ນວ່າ "ອັນວ່າກອງດອກໄມ້ ເທຖອກພຽງພູ ແສນຄົນສິງ ຢູ່ໃນບໍ່ມີຮູ້" (ສິນໄຊ).
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →