ຄຳ·Entry
ສະກາ
noun໑
ເຄື່ອງຫຼິ້ນການພະນັນແນວໜຶ່ງໃຊ້ລູກເຕົາທອດລົງແລ້ວ ຍ້າຍໝາກສະກາໄປຕາມແຕ້ມຂອງລູກສະກາ, ຕາໝາກສະກາມີ 24 ຕາ ມີີລູກ 4 ລູກ ລູກທີ 1 ຊື່ມາລີ ມີ 8 ແຕ້ມ ລາວຮຽກ ເພໂຈກ, ລູກທີ 2 ຊື່ສາວະຕີ ມີ 6 ແຕ້ມ ລາວຮຽກ ເພຕີ, ລູກທີ 3 ຊື່ພະທຸລີ ມີ 4 ແຕ້ມ ລາວຮຽກ ເພທູ. ລູກທີ 4 ຊື່ສັນຕິພະທະ ມີ 2 ແຕ້ມ ລາວຮຽກ ເພເບັງ ຫຼື ເພເມ, ການຫຼິ້ນໝາກຮຸກໝາກສະກາ ເປັນການຫຼິ້ນຊັ້ນສູງ ໃນສະໄໜບູຮານ, ພະລາຊາມະຫາກະສັດ ຫຼື ເສດຖີຈຶ່ງຫຼິ້ນໄດ້: "ຮູ້ແກວ່ນຫຼິ້ນສະກາທອດເພເບັງ ເພຕີທູ ບາດສອງສົມຕ້ອງ ເຂົາກໍເຕັງຄວາມຮ້ອງ ຂໍມີເພໂຈກບາງຊ່ອຍເຈົ້າ ເຮຮ້ອງຮຽກຕາມ".
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →