ຄຳ·Entry
ວິປັດສະນາກຳມະຖານ
noun໑
ການປະຕິບັດເພື່ອໃຫ້ຈິດເກີດປັນຍາ, ການປະພຶດເພື່ອເຮັດໃຫ້ຈິດລະງັບກິເລດອ່ອນກຳລັງລົງຈົນໃນທີ່ສຸດ ກໍໄດ້ອາຣົມພະນິບພານ, ອຸບາຍເລື່ອງປັນຍາ ຄືເມື່ອປະຕິບັດສະມະຖະກຳມະຖານແລ້ວ ກິເລດ 3 ຈະລົດນ້ອຍຖອຍລົງ ແຕ່ກໍບໍ່ໝົດໄປຈາກໃຈ ຕ້ອງປະຕິບັດວິປັດສະນາກຳມະຖານຕໍ່ອີກ ຄື ຍົກຂັນ 5 ອາຍະຕະນະ 12 ທາດ 18 ອິນຊີ 22 ອະລິຍະສັດ 4 ປະຕິບັດຈະສະມຸປະບາດ 12 ຂຶ້ນມາພິຈາລະນາອີກ ຈົນໃຫ້ເຫັນຂັນ 5 ເປັນອະນິດຈັງ ທຸກຂັງ ອະນັດຕາ ເກິີດຄວາມເບື່ອໜ່າຍ ໝົດຄວາມກຳໜັດຍິນດີ. ເກີດຄວາມຫຼຸດພົ້ນ ເກີດຄວາມບໍລິສຸດກາຍ ແລະ ໃຈ ເຖິງທີ່ສຸດແຫ່ງທຸກຄືນິບພານ ກິເລດ 3 ຄື ລາຄະ, ໂທສະ, ໂມຫະ ບໍ່ເກີດອີກ.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →