ຄຳ·Entry
ວິດຊະຍະ
noun໑
ຄວາມຕັດຮູ້, ການຮູ້ແຈ້ງ, ການເຫັນສັດຈະທັມ, ທຳຊັ້ນສູງຂອງພະພຸດທະເຈົ້າ ເຊັ່ນ: ວິດຊາສາມ (3)ຄື: 1. ບຸບເພນິວາສານຸສະຕິຍານ - ຮູ້ຈັກລະນຶກຊາດໄດ້, 2 ຈຸຕູປາຕະຍານ - ຮູ້ຈັກກຳນົດ ຈຸດຕິ ແລະ ເກີດ, 3. ອາສະວັກຂະຍະຍານ - ຮູ້ຈັກເຮັດອາສະວະໃຫ້ສິ້ນ, ວິດຊາແປດ (8) ຄື: 1. ວິປັດສະນາຍານ - ຮູ້ຈັກອັນນັບເຂົ້າໃນວິປັດສະນາ, 2. ມະໂນມະຍິດທິ - ຣິິດທາງໃຈ, 3. ອິດທິວິທີ - ສະແດງຣິດໄດ້, 4. ທິບພະໂສຕະ-ຫູທິບ, 5. ເຈໂຕປະຣິຍະຍານ - ຮູ້ຈັກກຳນົດໃຈຜູ້ອື່ນ, 6. ບຸບເພນິວາສານຸສະຕິຍານ - ຮູ້ຈັກລະນຶກຊາດໄດ້, 7. ທິບຈັກຂຸ - ຕາທິບ 8. ອາສະວັກຂະຍະຍານ - ຮູ້ຈັກເຮັດອາສະວະໃຫ້ສິ້ນ. ວິດສຸກຳ ນ. ພະວິສະວະກຳ.
Clear knowledge, insight, or realization of truth; the higher knowledge of the Buddha, such as the three knowledges (recalling past lives, seeing rebirth, and ending defilements) and the eight knowledges.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →