ຄຳ·Entry
ວິຄະເນດ
noun໑
ຊື່ເທບພະເຈົ້າອົງໜຶ່ງ ມີຫົວເປັນຊ້າງ ຖືວ່າ ຖ້າໃຜໄດ້ບູຊາແລ້ວສາມາດປ້ອງກັນອັນຕະລາຍໄດ້. ຄະເນດ, ພິຄະເນດ ຫຼື ພະພິຄະເນສວນ ກໍວ່າ ສ່ວນຫຼາຍລາວເຮົາໃຊ້ເປັນ ພະຄະເນດແລ້ວເລີຍກາຍເປັນ ຄັດທະເນດອີກ ໃນເລື່ອງ ທ້າວຄັດທະນາມ ເຊິ່ງທີ່ຈິງແມ່ນຄັດຊະນາມ. ວິຄະເນຕ, ວິຄະເນສວນ, ຄະເນຕ, ພິຄະເນຕ, ພິຄະເນສວນ ນ. ຊື່ເທບພະເຈົ້າອົງໜຶ່ງມີຫົວເປັນຊ້າງ ຖືວ່າເປັນເທບພະເຈົ້າທີ່ຈະຊ່ວຍປ້ອງກັນສິ່ງ ຂັດຂວາງອຸປະສັກຕ່າງໆໃຫ້ແກ່ຜູ້ບູຊາ, ຄຳນີ້ລາວເຮົາໃຊ້ເປັນພຣະຄະເນສແລ້ວ ເລີຍກາຍເປັນຄັຊນະເນສອີກໃນເລື່ອງທ້າວຄັຊະນານ ຊຶ່ງທີ່ຈິງແມ່ນ "ຄັດຊະນາມ ຊື່ຊ້າງພາຍ".
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →