⌘ K
ຄຳ·Entry

ວັນເນົາ

ນາມ
[van-neoa]
1
ວັນທີ່ຢູ່ຂັ້ນກາງລະຫວ່າງປີເກົ່າກັບປີໃໝ່, ວັນທີ່ຢູ່ຖັດຈາກວັນສັງຂານລ່ວງ ໜ້າວັນປີໃໝ່ ກົງກັບວັນທີ 14 ເມສາ. ເປັນມື້ເຮັດບຸນຖວາຍສັງຄະທານ, ເປັນມື້ລູກຫຼານອວຍພອນ ພໍ່ ແມ່ ແລະ ລູກເຕົ້າຫຼານເຫຼັັນ, ເປັນມື້ຫຼິ້ນນໍ້າກັນ, ເປັນວັນສະໜຸຸກສະໜານ, ເປັນວັນເຮຮາມ່ວນຊື່ນ, ເປັນວັນແຫ່ພະຍາສັງ ກາດ-ສັງຂານ ຫວ່ານແຮ່ຫວ່ານຊາຍ ຊຳລະສະສາງສິ່ງຈັງໄຮ ແລະ ເຄາະເຂັນເວນໄພ ໃນໝູ່ບ້ານຂອງຕົນ, ວັນທີ່ຢູ່ຖັດຈາກມະຫາສັງການ ຫຼື ວັນຕໍ່ຈາກມະຫາສົງການ ຫຼື ໜ້າວັນ ຖະເຫຼີງສົກ.

The neutral day between the old and new year, following the day of the passing year and preceding New Year's Day, corresponding to April 14. It is a day for merit-making, blessing parents, playing with water, and celebrating.

Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ