⌘ K
ຄຳ·Entry

ວັນຫຼາວເຫຼັກ

noun
ວັນທີ່ມີອຸປະສັກຂັດຂວາງ ເອີ້ນ ວັນຫຼາວເຫຼັກ ບູຮານໃຫ້ສະໂຫຼກໄວ້ດັ່ງນີ້: - ທິດສຸກ ຕົກ: ວັນອາທິດ ວັນສຸກ ຫຼາວເຫຼັກຢູ່ທິດຕາວັນຕົກ. -ຈັນ ເສົາອອກ: ວັນຈັນ ວັນເສົາ ຫຼາວເຫຼັກຢູ່ທິດຕາວັນອອກ. -ຄານພຸດ ເໜືອ: ວັນຄານ ວັນພຸດ ຫຼາວເຫຼັກຢູ່ທິດເໜືອ. -ພະຫັດໃຕ້: ວັນພະຫັດ ຫຼາວເຫຼັກຢູ່ທິດໃຕ້. ຈະໄປຕິດຕໍ່ວຽກງານ ຫຼື ໄປສະແຫວງຫາໂຊກລາບ ຫ້າມບໍ່ໃຫ້ຫັນໜ້າ ຫຼື ໄປທິດນັ້ນ ຫາກມີຄວາມຈຳເປັນຕ້ອງໄປກໍໃຫ້ໄປທິດອື່ນກ່ອນ ແລ້ວຈຶ່ງໄປທິດນັ້ນ.

A day with obstacles, called 'iron barrier day'; ancient astrology specifies directions of the obstacle for each day.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ