ຄຳ·Entry
ວັນທຸຕິຕັງ
ນາມ[van-thu-ti-tang]
1
ວັນທີ່ປະສົບຄວາມຫຍຸ້ງຍາກລຳບາກໃຈ ເອີ້ນ ວັນທຸຕິຕັງ ຈະທຳການອັນເປັນມຸງຄຸນ ບູຮານຫ້າມ ວັນທຸຕິຕັງ ມີສະໂຫຼກ ດັ່ງນີ້: -ຍີ່ສາມສີ່ ເຖິງທີ່ ຕະຍາ -ຫ້າຫົກເຈັດ ອັດຖະມາເປັນເຄົ້າ -ແປດ ແລະ ເກົ້າ ສິບເຂົ້ານົບພາ -ສິບ ສິບເອັດສິບສອງ ຈຽງຈາເປັນເອກ -ເດືອນ 2, 3, 4 ຂຶ້ນແຮມ 3 ຄ່ຳ ຕົກທຸຕິຕັງ -ເດືອນ 5, 6, 7 ຂຶ້ນແຮມ 8 ຄ່ຳ ຕົກທຸຕິຕັງ -ເດືອນ 8, 9, 10 ຂຶ້ນແຮມ 9 ຄ່ຳ ຕົກທຸຕິຕັງ -ເດືອນ 11, 12, 1 ຂຶ້ນແຮມ 1 ຄ່ຳ ຕົກທຸຕິຕັງ.
A day of difficulty and hardship; traditionally prohibited for auspicious activities based on lunar calculations.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →