⌘ K
ຄຳ·Entry

ວັນທຸກທື້ນ

noun
ວັນທີ່ບໍ່ຄວນທຳການອັນເປັນມົງຄົນ ຖ້າທຳກໍຈະປະສົບຄວາມລຳບາກ ວັນທຸກທື້ນມີສະໂຫຼກດັ່ງນີ້: -ທິດໜຶ່ງຖັນ ວັນອາທິດ 1 ຄ່ຳ ຕົກທຸກທື້ນ -ຈັນສີ່ຖານ ວັນຈັນ 4 ຄ່ຳ ຕົກທຸກທື້ນ. -ອັງຄານຫົກສຸດ ວັນອັງຄານ 6 ຄ່ຳ ຕົກທຸກທື້ນ. - ພຸດເກົ້າທັດ ວັນພຸດ 9 ຄໍ່າ ຕົກທຸກທື້ນ. - ພະຫັດຫ້າ ວັນພະຫັດ 5 ຄ່ຳ ຕົກທຸກທື້ນ. - ສຸກສາມ ວັນສຸກ 3 ຄ່ຳ ຕົກທຸກທື້ນ. - ເສົາເຈັດ ວັນເສົາ 7 ຄ່ຳ ຕົກທຸກທື້ນ. ຄຳວ່າຄ່ຳໃນສະໂຫຼກນີ້ ໝາຍເອົາທັງຂ້າງຂຶ້ນ ແລະ ຂ້າງແຮມ.

A day on which one should not perform auspicious acts, as doing so will lead to hardship; ancient astrology specifies the lunar phases for each day.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ