ຄຳ·Entry
ວັນຕົວເພິ່ງ
noun໑
ຖ້າຢາກຮູ້ວ່າປີນີ້ເຮົາເພິ່ງສັດໂຕໃດ, ຜູ້ ຊາຍໃຫ້ນັບອາຍຸ 1 ປີລົງທີ່ເສືອ ວຽນໄປຫານາກ, ຜູ້ຍິງໃຫ້ນັບອາຍຸ 1 ປີລົງທີ່ງົວ ວຽນໄປຫາຄຸດ, ວັນໂຕເພິ່ງບູຮານໃຫ້ສະໂຫຼກໄວ້ດັ່ງນີ້: -ຄຸດບູ: ຄຸດຢູ່ທິດບົວລະພາ -ພັບພູອາ: ແມວຢູ່ທິດອາຄະເນ -ສີຫາທັກ: ລາຊະສີ ຢູ່ທິດທັກສິນ -ພະຍັກຫໍ: ເສືອ ຢູ່ທິດຫໍລະດີ -ນາໂຄປັດນາກ:ຢູ່ທິດປັດຈິມ ຫຼືປັດສິມ ກໍວ່າ -ມູສິກັດພາ: ໜູ ຢູ່ທິດພາຍັບ -ກຸນຊອນອຸ:ຊ້າງ ຢູ່ທິດອຸດອນ -ອຸສະພະອີ: ງົວ ຢູ່ທິດອີສານ ຖ້າອາຍຸຕົກສັດໃຫຍ່ຈະມີໂຊກລາບ ຕົກ ສັດ ນ້ອຍ ຈະເປັນທຸກ ເຈັບປ່ວຍ.
A day for divining which animal a person relies on in a given year, based on age and gender, with specific traditional assignments.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →