⌘ K
ຄຳ·Entry

ວັນຈົມວັນຟູ

ນາມ
[van-chom-van-fu]
1
ວັນທີ່ທຳການອັນໃດແລ້ວມັກປະສົບແຕ່ຄວາມຫຍຸ້ງຍາກ ລຳບາກໃຈ ເອີ້ນ ວັນຈົມ, ວັນທີິ່ທຳການອັນໃດສະດວກສະບາຍ ບໍ່ມີຂັດຂ້ອງຫຍັງ ເອີ້ນ ວັນຟູ. ວັນຈົມວັນຟູ ບູຮານໃຫ້ສະໂຫຼກໄວ້ດັ່ງນີ້ ຈຽງສຸກຈັນ, ຍີ່ເສົາຄານ, ສາມແປດທິດພຸດ, ສີ່ເກົ້າຈັນພະຫັດ, ຫ້າສິບຄານສຸກ, ຫົກສິບເອັດພຸດເສົາ, ເຈັດສິບສອງພະຫັດທິດ. ເດືອນຈຽງຈົມວັນສຸກ ຟູວັນຈັນ, ເດືອນຍີ່ຈົມວັນເສົາ ຟູວັນອັງຄານ ເດືອນສາມ ເດືອນແປດ ຈົມວັນອາທິດ ຟູວັນພຸດ, ເດືອນສີ່ເດືອນເກົ້າ ຈົມວັນຈັນ ຟູວັນພະຫັດ, ເດືອນຫ້າເດືອນສິບ ຈົມວັນອັງຄານ ຟູວັນສຸກ, ເດືອນຫົກ ເດືອນສິບເອັດ ຈົມວັນພຸດ ຟູວັນເສົາ, ເດືອນເຈັດ ເດືອນສິບສອງ ຈົມວັນພະຫັດ ຟູວັນອາທິດ.

Days: 'sinking day' where any action meets difficulty, and 'floating day' where action is smooth; ancient astrology specifies the calculation.

Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ