⌘ K
ຄຳ·Entry

ວັນກາລະກິນີຫຼວງ

ນາມ
[van-ka-la-ki-ni-hong]
1
ວັນສຳລັບດູເບິ່ງວ່າຂຶ້ນ ຫຼື ແຮມຈັກຄ່ຳ ກາລະກິນີຫຼວງຕົກທີ່ໃດ ຖ້າຕົກອັນໃດ ທ່ານຫ້າມບໍ່ໃຫ້ທຳສິ່ງນັ້ນ ມີສະໂຫຼກ ດັ່ງນີ້ ເອໂກໂຄໂນ ໜຶ່ງຄ່ຳຕົກ ງົວຄວາຍ, ທະເວພະຍາທິປິລິໂຕ ສອງຄ່ຳຕົກ ພະຍາດ, ຕິກັນລະຍານະມິດໂຕ ສາມຄ່ຳຕົກ ມິດ, ຈະຕຸທະເຊ ສີ່ຄ່ຳຕົກ ທຸງ, ປັນຈະເຂດເຕ ຫ້າຄ່ຳຕົກ ນາ, ສະເຄເຫ ຫົກຄ່ຳຕົກ ເຮືອນ, ສັດຕະລາຊາເຈັດຄ່ຳຕົກ ພະລາຊາ, ອັດຖະຍາເນ ແປດຄ່ຳຕົກ ຍານ, ນະວະກູເປ ເກົ້າຄ່ຳຕົກ ຂຸມ, ທະສະນາວາ ສິບຄ່ຳຕົກ ເຮືອ, ເອກາທະສະພີຊັງ ສິບເອັດຄ່ຳຕົກ ພືືດ, ທະເວທະສະອິດຖີ ສິບສອງຄ່ຳຕົກ ຜູ້ຍິງ, ເຕລະສະປຸລິໂສ ສິບສາມຄ່ຳຕົກ ຜູ້ຊາຍ, ຈຸດທະສະພິກຂຸ 14 ຄໍ່າ ຕົກ ພິກຂຸ, ປັນຈະທະສະເທວາ ສິບຫ້າຄ່ຳ ຕົກ ເທວະດາ. ຄຳວ່າຄ່ຳໝາຍເຖິງ ທັງຂ້າງຂຶ້ນ ແລະ ຂ້າງແຮມ.

A day for determining the lunar phase; the major Kalakini indicates prohibitions based on the day of the week and the phase of the moon.

Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ວັນກາລະກິນີຫຼວງ — ວັດຈະນານຸກົມລາວ