ຄຳ·Entry
ວັດທະນະ-ວັດທະນາ
noun໑
ສິ່ງທີ່ເຮັດໃຫ້ເກີດຄວາມຈະເລີນງອກງາມແກ່ໝູ່ຄະນະ, ແກ່ສ່ວນລວມ, ແກ່ປະເທດຊາດ. ວັດພູ ນ. ຊື່ວັດແຫ່ງໜຶ່ງ ຢູ່ໃນແຂວງຈຳປາສັກທາງດ້ານຕາເວັນຕົກເບື້ອງຂວາແມ່ນ້ຳຂອງຊຶ່ງມີພູເກົ້າຢູ່ກາງເມືອງແລະມີຊື່ປະກົດໃນຈາຣຶກທີ່ວັດນີ້ວ່າ "ລິງຄະບັນພົດ" ໂດຍມີປາສາດຫີນຕັ້ງຢູ່ເທິງຍອດລິງຄະບັນພົດຢູ່ຕໍ່ໜ້າພູລິງຄະ ມີຊາກເມືອງໂບຮານຮູບສີ່ຫຼ່ຽມຢູ່ໃກ້ໆ ກັບແມ່ນ້ຳຂອງ ເມືອງນີ້ຄື: "ເສດຖະປຸຣະ" ໃນຍຸກທຳອິດຂອງແຄວ້ນເຈນລະ, ຊົນຊາດຈາມ ໄດ້ຕັ້ງພູມລໍາເນົາຢູ່ໃນບໍລິເວນນີ້ກ່ອນພວກຂອມ. ອານາເຂດນີ້ ປະກອບໄປດ້ວຍສະຖານທີ່ເກົ່າແກ່ທາງສາດສະໜາ ຊຶ່ງເປັນການອຸທິດໃຫ້ແກ່ພະພັດທະເຣສວນ ຊຶ່ງເປັນອົງພະອີສວນອະວະຕານ ທີ່ພວກຈາມພາກັນເຄົາລົບພູຊາ, ຊື່ນະຄອນຫຼວງຂອງພວກຈາມເອງ ແມ່ນຈຳປາສັກ ເຊິ່ງທີ່ພວກຈາມເຄີຍ ຕັ້ງຖິ່ນຖານຢູ່ແຫ່ງນີ້ມາກ່ອນ, ສະ ຖານທີ່ສັກສິດທາງສາດສະໜາແຫ່ງນີ້ ເປັນຂອງພວກຂອມ ແຕ່ຄັ້ງກ່ອນນັ້ນ ເຄີຍເປັນຂອງ ພວກຈາມປາມາແລ້ວ. ໃນສິລາເລກທັງຫຼາຍສະໄໝຕົ້ນໆໄດ້ຖືກສ້າງຂຶ້ນໃນສັດ ຕະວັດທີ 7 ໂດຍພຣະເຈົ້າໄຊວໍຣະມັນທີ 1 ແຫ່ງອານາຈັກອັງກໍວັດ, ວັດພູຈຳປາສັກ ສ້າງສຳເລັດ ສ້າງສຳເລັດໃນລະຫວ່າງຍຸກ ສະໄໝຂອງພຣະເຈົ້າສຸຣິຍະວໍຣະມັນທີ 2 (ຄ.ສ. ໑໑໑໓-໑໑໕໐) ໃນແຜ່ນຫີນສິລາເລກ ຍັງ ອ້າງເຖິງພິທີການຫຼາຍຢ່າງທີ່ເປັນ ການ ຍົກຍ້ອງສໍລະເສີນພຣະກຽດຕິຂອງພຣະເຈົ້າສຸຣິຍະວໍຣະມັນ 2 ໃນຕອນອະພິເສກຂຶ້ນສະເວຍຣາຊະສົມບັດ ແລະ ຊົງພຣະຣາຊະທານຊັບສິນແກ່ວັດພູ ແລະ ມູນນິທິກ່ຽວກັບທາງສາສະໜາຕ່າງໆ, ໃນໄລຍະຣັດຊະການຂອງພຣະສຸຣິຍະວໍຣະມັນທີ 2 ມີຮູບພາບພຣະນຸສາວະລີ ຂອງພວກຂອມໄດ້ຖືກສ້າງຂຶ້ນດ້ວຍ.
That which brings about prosperity and flourishing to a group, community, or nation. Also refers to Wat Phu, a temple in Champasak Province, Laos, located on the west bank of the Mekong River.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →