ຄຳ·Entry
ລົມ
ນາມ[lom]
1
ອາກາດຊຶ່ງເຄື່ອນ ໄຫວ ຫຼື ພັດຜ່ານໄປມາຮູ້ສຶກໄດ້ດ້ວຍຜິວກາຍ ໃຫ້ຮູ້ວ່າ ເຢັນ ຮຽກ ລົມ.
2
ຊື່ທາດຊະນິດໜຶ່ງ ໃນທາດທັງ 4 ຄື ດິນ ນ້ຳ ໄຟ ແລະ ລົມ.
3
ຊື່ໂຣກຮ້າຍຊະນິດໜຶ່ງ ມີອາການວິງວຽນຈົນເຖິງຂັ້ນເຮັດໃຫ້ສະຫຼົບໄດ້, ຮຽກວ່າ ເປັນລົມ.
4
ຊື່ສັດຊະນິດໜຶ່ງ ຮູບຮ່າງຄ້າຍຄືລີງ ຫາງສັ້ນ ມັກອອກຫາກິນໃນເວລາກາງຄືນ ຮຽກວ່າ ລີງລົມ, ເມື່ອເວລາລົມພັດມັນຈະຫ້ອຍ ແລະ ໂຍນຕົວເຕັ້ນໄຕ່ໄປຕາມລົມ.
5
ຊື່ປູຊະນິດໜຶ່ງ ຢູ່ຕາມຫາດຊາຍທະເລແລ່ນໄວຫຼາຍ ເອີ້ນ: ປູລົມ.
6
ຊື່ເຫັດຊະນິດໜຶ່ງເກີດຂຶ້ນຕາມຂອນໄມ້ຜຸກິນໄດ້ ເອີ້ນ: ເຫັດລົມ..
7
ການເວົ້າຈາຢອກໄຍກັນ ມີສາລະແດ່ ໄຮ້ສາລະແດ່, ເປັນການປຶກສາຫາລືກັນດ້ວຍປາກ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →