ຄຳ·Entry
ລູກເຂົ້າ
noun໑
ຮວງເຂົ້າເກີດຈາກຕໍເຟືອງທີ່ກ່ຽວແລ້ວ ເອີ້ນ: ລູກເຂົ້າ. ລູກເຕົ້າ ນ. ລູກຜູ້ມີກຳເນີດມາຈາກພໍ່ແມ່ດຽວກັນ ຜູ້ເປັນລູກໆຂອງພໍ່ຂອງແມ່ ເອີ້ນ ວ່າ: ລູກເຕົ້າ. ລູກກຳພ້າ ນ. ເດັກທີ່ເກີດມາແລ້ວຖືກພໍ່ແມ່ຕາຍ, ລູກຂາດການເບິ່ງແຍງຂອງພໍ່ແມ່, ລູກອະນາຖາພໍ່ແມ່. ລູກຮັກ ນ. ຄົນຊໍ່າລູກທີ່ຖືກຮັກແພງກັບຕົນ, ລູກຂອງຜູ້ອື່ນແຕ່ຍິນດີຖືເປັນລູກ ຫຼື ສ້າງຄວາມ ຮັກແພງກັບຕົນ, ຄົນຂະໜາດລູກ ແຕ່ມີຄວາມຮັກແພງກັບຕົນ. ລູກໝາກ ນ. ຊື່ຕ່ອມໃນເພດຊາຍ ຮູບຮ່າງຄ້າຍຄືເນື້ອ ໃນຂອງ ໜ່ວຍໝາກຢູ່ຮອບທໍ່ປັດສະວະ ໃຕ້ກະເພາະປັດສະວະ ເຮັດໜ້າທີ່ຜະລິດ ນ້ຳລ້ຽງອະສຸຈິບາງສ່ວນ, ອຸປະກອນສ່ວນລຸ່ມຂອງລົດຍົນທີ່ມີໜ້າທີ່ບັງຄັບລໍ້ ແລະ ພວງມາໄລລົດບໍ່ໃຫ້ສັ່ນທັງຊ່ວຍ ຜ່ອນຄວາມສະເທືອນຂອງຕົວລົດດ້ວຍ. .
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →