⌘ K
ຄຳ·Entry

ລຳ

ນາມ
[lam]
1
ເປັນທ່ອນ ແລະ ລຳຍາວ, ເປັນວັດເປັນຕອນ.

A piece or section that is long and elongated; measured in segments or sections.

2
ໜັງສືໃບລານທີ່ຈານ ຫຼື ຂຽນດ້ວຍຕົວທຳ ຫຼື ຕົວອັກສອນລາວບູຮານ ຮຽກໜັງສືລຳ ເປັນເລື່ອງຍາວ ເຊັ່ນ ລຳສິນໄຊ, ລຳກາລະເກດ, ລຳແຕງອ່ອນ, ລຳໜ້າຜາກໄກກະດົ້ນ, ລຳຈຳປາສີ່ຕົ້ນ ເປັນຕົ້ນ.
3
ຮຽກຊື່ຕົ້ນໄມ້ຕ່າງໆວ່າ ລຳ ເຊັ່ນ ລຳກ້ວຍ, ລຳອ້ອຍ, ລຳໄມ້ໄຜ່ ຫຼື ເຮືອ ວ່າ ລຳເຮືອ ເປັນຕົ້ນ.
4
ທີ່ມີລົດແຊບນົວ (ບາງທ້ອງຖິ່ນແຊບນົວວ່າ ລຳ).
5
ຮຽກຊື່ຍັກຕົວໜຶ່ງໆວ່າ ລຳ.
6
ການຂັບຮ້ອງພື້ນເມືອງ ອັນດັ້ງເດີມຂອງລາວຢ່າງໜຶ່ງ, ມີດົນຕີຄື ແຄນເປັນເຄື່ອງປະກອບ ຮຽກ ລຳ, ມີຫຼາຍຢ່າງຕ່າງກັນ ເຊັ່ນ ລຳສີພັນດອນ, ລຳສາລະວັນ, ລຳຄອນສະຫວັນ ແລະ ອື່ນໆ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ