ຄຳ·Entry
ລາວ
noun໑
ເປັນຊົນຊາດໃຫຍ່ສົມຄວນ ແລະ ມີຈໍານວນພົນຫຼວງຫຼາຍ ຢັງ ຢາຍ ຢູ່ຕາມສອງຝັ່ງແມ່ນໍ້າຂອງ, ເປັນຊົນເຜົ່າທີ່ມີອາລະຍະທຳສູງ ມີພື້ນຖານວັດທະນະທຳດີ ມີພາສາປາກເວົ້າເປັນຂອງຕົນເອງ ອາຫານຫຼັກແມ່ນເຂົ້າໜຽວ, ປາແດກ ແລະ ມັກສຽງແຄນສຽງລໍາ.
໒
ປະເທດໜຶ່ງທີ່ມີ ຊື່ເຕັມວ່າ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ມີທີ່ຕັ້ງຢູ່ໃຈ ກາງ ທະວີບອາຊີ ອາຄະເນ (ຕາເວັນອອກ ສ່ຽງໃຕ້) ຫຼື ແຫຼມອິນດູຈີນ.
໓
ຄໍາບຸບພະບົດ ຫຼື ຄຸນນາມ ໃຊ້ແທນບູລຸດຜູ້ທີ 3. ລາວອີສານ ນ. ແມ່ນຄົນລາວກຸ່ມໜຶ່ງທີ່ຕັ້ງພຸມລໍາເນົາຢູ່ຟາກຝັ່ງຂວາແມ່ນໍ້າຂອງ,ເປັນຄົນລາວເຂົ້າໜຽວ ທີ່ມີຕະກຸນດຽວກັນກັບຄົນລາວ ມາແຕ່ສະໄໝຂອງພະເຈົ້າຟ້າງຸ່ມ-ຂຸນບູຣົມ, ແຕ່ໃນສະໄໝການເປັນຫົວເມືອງຂຶ້ນຂອງຝຣັ່ງເສດ ຝຣັ່ງເສດໄດ້ມາແບ່ງແຍກໃຫ້ລາວອີສານນີ້ ໃຫ້ຂຶ້ນກັບການປົກຄອງ ຂອງສະຫຍາມ, ເຖິງແມ່ນຈະມີການແບ່ງແຍກລະບົບການ ປົກຄອງກໍຕາມ, ແຕ່ຈິດໃຈຂອງລາວທັງສອງຟາກຝັ່ງແມ່ນ້ຳຂອງນີ້ ກໍຍັງເປັນເໝືອນພ້າປາດນ້ຳບໍ່ຂາດ ເຊິ່ງບໍ່ສາມາດຕັດຂາດອອກ ຈາກກັນໄດ້ ໃນແນວຄິດ ແລະ ຈິດໃຈແຫ່ງຄວາມເປັນລາວເຂົ້າໜຽວ ຂອງຕົນເອງຕະ ຫຼອດມາ. ຄໍາວ່າ ອີສານ ບໍ່ແມ່ນຊື່ເຜົ່າຊົນ, ຊາດພັນ, ແຕ່ເປັນຊື່ຂອງທິດ ຊຶ່ງໝາຍເຖິງ ທິດທາງພູມີສາດ ຫຼື ຕໍາແໜ່ງຕ່າງໆ ດັ່ງ: ທິດເໜືອ, ທິດໃຕ້, ທິດຕາເວັນອອກ, ທິດຕາເວັນຕົກ, ເປັນຕົ້ນ. ສ່ວນວ່າ ທິດອີສານນີ້ ແມ່ນຢູ່ທາງຝ່າຍຕາເວັນອອກສຽງເໜືອຂອງປະເທດໄທ ນັ້ນເອງ.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →