⌘ K
ຄຳ·Entry

ລານ

ນາມ
[lan]
1
ຊື່ຕົ້ນໄມ້ແນວໜຶ່ງຄືຕົ້ນຕານແຕ່ໃບຍາວກວ່າໃບຕານ ຄົນລາວບູຮານເພິ່ນເອົາມາຕັດ ແຕ່ງໃຫ້ພໍດີພໍງາມສຳລັບຂຽນ ຫຼື ຈານໜັງສືໃສ່ ເອີ້ນວ່າ: ໜັງສືໃບລານ.

A type of tree similar to a palm but with longer leaves; traditionally used by the Lao for writing or inscribing texts, known as palm-leaf manuscripts.

2
ຮຽກແຜ່ນເຫຼັກບາງໆ ແລະ ຍາວ ມີລັກສະນະຄືໃບລານແຕ່ແຂງ ເຊິ່ງຫັນເຂົ້າ ແລະ ຢືດອອກເປັນກຳລັງຍູ້ໃຫ້ຈັກຫັນ ເຊັ່ນ ລານໂມງ ເປັນຕົ້ນ.
3
ເອີ້ນ ສີເຫຼືອງ ທີ່ເປັນສີດັ່ງສີໃບລານວ່າ ສີລານ.
4
ດິນບ່ອນເສຍຫຍ້າໃຫ້ແປນໄວ້ ແລະ ລວາດດ້ວຍຂີ້ຄວາຍ ແລ້ວ ປະໃຫ້ແຫ້ງ ໃຊ້ສຳລັບ ຟາດເຂົ້າ ຫຼື ຕີເຂົ້າ. ບ່ອນມ້ຽນເຂົ້າທີ່ເກັບກ່ຽວມາຈາກທົ່ງນາ.
5
ເດີ່ນຫີນລາດທີ່ມີໜ້າພຽງຮາບງາມ ເອີ້ນ ລານຫີນ ຫຼື ພະລານຫີນ.
6
ເຄື່ຶອງໃສ່ເອົາປາຊະນິດໜຶ່ງສານດ້ວຍໄມ້ ໄຜ່ ມີງາ ເອົາຂີ້ຮຳໃສ່ແລ້ວຊຳໄວ້ໃນນ້ຳ ປາສ້ອຍ ປາຂາວມັກເຂົ້າເທື່ອລະຫຼາຍໆ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ລານ — ວັດຈະນານຸກົມລາວ