ຄຳ·Entry
ລອກ
ກິລິຍາ[lok]
1
ຈີກເອົາເປືອກອອກ ຫຼື ໜັງອອກເປັນແຜ່ນໆ, ຖາກ. ລອກສະເກັດ ກ. ແກະເອົາສະເກັດອອກ, ອຸປະມາວ່າໃຫ້ເຈັບປວດ. ລອກໜ້າ ນ. ວິທີໃນການເສີມສວຍ ໂດຍເອົາຄຣີມຊະນິດໜຶ່ງທາໜ້າໃຫ້ທົ່ວ ແລ້ວປະໄວ້ໃຫ້ແຫ້ງ ພໍຄຣີມແຫ້ງ ກໍ່ລອກອອກ ເປັນແຜ່ນຈະມີສິວເມັດນ້ອຍ ຕິດມາກັບແຜ່ນຄຣີມນັ້ນ. ລອກແລກ ວ. ອາການແບບຊ້າຍ ແລະ ແບບຂວາໄປມາ, ບໍ່ຢູ່ນິ່ງເສີຍ, ບໍ່ຢູ່ກັບທີ່, ມີການເບັ່ງຕຶງ, ມີການຕື່ນຕົວ, ຜິດປົກຕິ. ລອກລາຍ ກ. ເອົາກະດາດບາງໃສ ວາງເທິງລາຍແລ້ວຂຽນຕາມໃຫ້ເໝືອນ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →