ຄຳ·Entry
ຢູ່ກຳ-ຢູ່ປະລິວາສະກຳ
noun໑
ການທຳສັງຄະກຳ ຫຼຼື ປະຣິວາດສະກຳ ຂອງພະພິກສຸສົງ, ການ ອົບຮົມສັ່ງສອນ ຫຼື ການສຳມະນາກັນຂອງພະສົງ ຊຶ່ງມັກປະຕິບັດກັນໃນເດືອນຈຽງ ຂອງທຸກປີ ເພື່ອເປີດໂອກາດໃຫ້ບັນດາຊາວພຸດທະບໍລິສັດທັງຫຼາຍໄດ້ມີໂອກາດເຮັດບຸນສິນກິນທານ, ການ ລົງໂທດຕ້ອງເຮັດຢ່າງເຄັ່ງຄັດ ຄື ຕ້ອງຢູ່ໃຫ້ຄົບຕາມຈຳນວນວັນ ຕັ້ງແຕ່ມື້ທີ່ຕ້ອງອາບັດ ຈົນຮອດມຶ້ ໄດ້ບອກການຕ້ອງອາບັດນັ້ນ ແກ່ພະພິກສຸອື່ນ (ສົມມຸດ ຖ້າຈຳໄດ້ 20 ວັນ ຈິ່ງໄດ້ບອກ ກໍຕ້ອງຢູ່ເຕັມ 20 ວັນ) ເອີ້ນວ່າ "ຢູ່ປະຣິວາດສະກຳ" ການລົງໂທດພະຜູ້ທີ່ຕ້ອງອາບັດສັງຄາທິເສດນັ້ນ ເມື່ອທຳກຳສຸດແລ້ວຈຶ່ງຖືວ່າການຕ້ອງອາບັດນັ້ນໄດ້ພົ້ນກຳທີ່ໄດ້ກະທຳ. ເມື່ອພົ້ນກຳນົດນັ້ນແລ້ວ ກໍຕ້ອງຢູ່ອີກ 6 ວັນ ເອີ້ນວ່າ "ມານັດຕະກຳ" ຄົບດັ່ງນີ້ແລ້ວ ຕ້ອງມີພະພິກສຸ ຢ່າງນ້ອຍ 20 ອົງ ມາພ້ອມກັນສູດ "ອັບພານ" ຄືການຍົກເລີກການຕ້ອງອາບັດຂອງ ພະພິກສຸອົງນັ້ນແລ້ວ ຈິ່ງນັບວ່າເປັນ ພະພິກສຸ ຜູ້ບໍລິສຸດ ຕາມພະວິໄນສົງ.
A monastic probation or penance (parivasa) for Buddhist monks, involving strict observance for a set number of days as a form of discipline or training, often conducted in the month of Jiang.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →