⌘ K
ຄຳ·Entry

ຢາງ

ນາມ
[yang]
1
ຂອງແຫຼວ ແລະ ໜຽວ ທີ່ໄຫຼອອກຈາກຕົ້ນໄມ້ ເອີ້ນ: ຢາງໄມ້. ສິ່ງຂອງຕ່າງໆ ທີ່ເຮັດຈາກຢາງພາລາ ເປັນຕົ້ນ ເຊັ່ນ: ຢາງລົດ, ກະຕ່າຢາງ ຢາງລຶບ ແລະ ອື່ນໆ.
2
ຊື່ພືດໄມ້ປ່າແນວໜຶ່ງທີ່ເປັນເຄືອ ມີໝາກຢູ່ຕາມເຄືອ ໝາກນັ້ນມີຢາງຫຼາຍ ໝາກສຸກກິນໄດ້ ເອີ້ນ: ເຄືອໝາກຢາງ. ໝາກຢາງມີຫຼາຍຊະນິດ ເຊັ່ນ: ໝາກຢາງຊ້າງ ໜ່ວຍໃຫຍ່ ແລະ ໝາກຢາງທຳມະດາ ໜ່ວຍນ້ອຍ.
3
ຊື່ປາແນວໜຶ່ງ ເປັນປາບໍ່ມີເກັດໃນຈຳພວກປາຫູໝາດ ຫຼື ປາປື່ງ, ແຕ່ມີເມືອກເປັນຢາງ ອອກຈາກກ້ອງຫູຫຼາຍ ເອີ້ນ: ປາຢາງ, ປາເຜາະ ກໍວ່າ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ