ຄຳ·Entry
ມົ້ງ
noun໑
ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງສາຄະນາຍາດຊາດລາວ, ເວົ້າລວມແລ້ວ ຊົນຊາດລາວ ເຮົາຈັດແບ່ງອອກເປັນ 3 ເຜົ່າໃຫຍ່ ຄື: ເຜົ່າລາວສູງ, ລາວກາງ ແລະ ລາວລຸ່ມ. ທັງ 3 ຊົນເຜົ່ານີ້ ແມ່ນມີການດໍາລົງຊີວິດ ແລະ ມີພາສາປາກເວົ້າທີ່ບໍ່ເໝືອນກັນ ເຊັ່ນວ່າ: ລາວສູງ (ມົ້ງ) ມັກຢູ່ທີ່ສູງ (ເທິງພູ) ທາງພາກເໜືອ, ລາວກາງ (ຂະມຸ-ຂ້າ-ຂອມ-ຂະເໝນ) ສ່ວນຫຼາຍມັກຢູ່ຕາມເຂດພູພຽງ (ບໍ່ສູງບໍ່ຕໍ່າຫຼາຍ) ເຊັ່ນແຖບພູພຽງບໍລະເວນເປັນຕົ້ນ, ສ່ວນລາວລຸ່ມ ແມ່ນກຸ່ມຊົນທີ່ໃຫຍ່ ແລະ ມັກຕັ້ງທີ່ຢູ່ອາໄສຢູ່ຕາມເຂດລຸ່ມ (ຕໍ່າ) ຕາມແຄມແມ່ນໍ້າໃຫຍ່ ເຊັ່ນ ແຄມຂອງ ແຄມເຊ ທີ່ມີຢັງຢາຍກັນໄປທົ່ວທັງປະເທດ ແຕ່ເໜືອຮອດໃຕ້. ແຕ່ທັງ 3 ຊົນເຜົ່າກໍຮັກແພງກົມກຽວກັນພາຍໃຕ້ຮົ່ມທຸງຜືນດຽວ, ອັນໝາຍເຖິງຊາດລາວ ນັ້ນເອງ.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →