⌘ K
ຄຳ·Entry

ມົນສະເດາະກ້າງຄາຄໍ

ນາມ
[mon-sa-deaa-kang-kha-kho]
1
ຊື່ຂອງເວດມົນຄາຖາທີ່ເປັນເຄື່ອງລາງຂອງຂັງ ສາມາດຊ່ວຍແບ່ງເບົາໄພອັນ ຕະລາຍໄດ້ ເຊັ່ນ: ມີກ້າງ ຫຼື ກະດູກຄາຄໍ ສາມາດຈົ່ມມົນນີ້ ສາມເທື່ອ ແລ້ວເສກໃສ່ນໍ້າໃຫ້ກິນ ແລ້ວໃຫ້ນອນລະຍະໜຶ່ງ ກ້າງກໍຈະລົງທັນທີ. (ວິທີການນັ້ນໃຫ້ເຮັດດັ່ງນີ້: 1. ໃຫ້ແຕ່ງຂັນຫ້າ ດ້ວຍດອກໄມ້ຂາວ. 2. ຈົ່ມນະໂມ ສາມເທື່ອ. 3. ໃຫ້ຈົ່ມຄາຖານີ້ ສາມເທື່ອ "ອົມຈັກກະໂປຕິດສະວາຫະ" 4. ທ່ານຜູ້ເຈັບຈະເຊົາດີ ແລ.

A sacred mantra that serves as a protective charm; it can alleviate danger such as a fishbone stuck in the throat; reciting this mantra three times, blessing water, and drinking it will cause the bone to go down.

Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ