⌘ K
ຄຳ·Entry

ມາຣະຍາດການປາກເວົ້າ

noun
ມາຣະຍາດການເວົ້າ ຫຼື ລົມກັນ, ຄຳສັບທີ່ຄວນກ່າວໃນການພົບພໍ້ ຫຼື ສົນທະນາກັນ ຂອງຄົນລາວ: 1. ພະສົງ ສົນທະນາກັບໂຍມ: ໃຊ້ຄຳວ່າ = ອາດຕະມາພາບ. 2. ພະສົງຮຽກຊື່ຝ່າຍຄາຣະວາດ: ໃຊ້ຄຳວ່າ = ໂຍມ ຫຼື ພໍ່ອອກ, ແມ່ອອກ. 3. ໂຍມ ຫຼື ຄາຣະວາດຄາຣະວະພະ ໃຊ້ຄຳວ່າ = ນະມັດສະການ. 4. ໂຍມ ຫຼື ຄາຣະວາດຖາມພະສົງ ໃຊ້ຄຳວ່າ = ຂະນ້ອຍຂໍໄຫວ້ສາຖາມເລື່ອງ ຫຼື ຂໍປຸດສາ ວິສັດຊະນາຖາມເລື່ອງ. 5. ພະຕອບໂຍມ ຫຼື ຄາຣະວາດ ໃຊ້ຄຳວ່າ = ອາດຕະມາ ຫຼື ສ່ວນຕົວຂອງອາດຕະມາ ແທນຄຳວ່າ: ຂ້ອຍ ຫຼື ຂ້າພະເຈົ້າ. 6. ອຸບປະສົກ ຫຼື ອຸບປະສິກາ ເວົ້ານຳພະພຸດທະເຈົ້າ ໃຊ້ຄຳວ່າ = ຂ້າພະພຸດທະບາດ. 7. ພະພຸດທະເຈົ້າເວົ້ານຳ ພຸດທະບໍລິສັດ 4 ໃຊ້ຄຳວ່າ = ອາດຕະມາພາບ ຫຼື ພະພຸດທະອົງ. 8. ພໍ່ແມ່ ເວັ້ານຳລູກຍິງ ຫຼື ຊາຍ ໃຊ້ຄຳວ່າ = ບັກຫຳ, ອີ່ນາງ ເປັນຄຳຮັກທີ່ສຸດຂອງ ພໍ່ແມ່. 9. ລູກ ຫຼື ຜູ້ມີອາຍຸຕໍ່າກວ່າ ເວັ້ານຳພໍ່ແມ່ ຫຼື ຜູ້ຊົງຄຸນນະວຸດທິ ວ່າ: = ໂດຍ, ໂດຍຂະນ້ອຍ ເປັນຄຳສຸພາບ ແລະ ອ່ອນນ້ອມທີ່ສຸດ. 10. ທ່ານຜູ້ຊົງຄຸນນະວຸດທິ ຫຼື ຜູ້ອາວຸໂສ ເວົ້ານຳຜູ້ທີ່ມຖານະຕໍ່າກວ່າ ໃຊ້ຄຳວ່າ = ທ່ານ, ທ້າວ, ຫຼື ນາງ ຕາມຖານະທີ່ເໝາະສົມ. 11. ພາສາທາງການ ໃຊ້ຄຳວ່າ = ທ່ານ, ພະນະທ່ານ, ທ່ານຜູ້ມີກຽດ, ສຸພາບບຸຣຸດ, ສຸພາບສັດຕີ, ກຸນລະບຸດ ຂອງຊາດ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ