ຄຳ·Entry
ມານ
ນາມ[man]
1
ຜູ້ຍິງກຳລັງຖືພາ ຫຼື ພວມມີທ້ອງ ຫຼື ມານລູກ, ຖືພາ, ມີຄັນ, ຜູ້ຍິງມີລູກຢູ່ໃນທ້ອງ ເອີ້ນ: ແມ່ມານ.
A pregnant woman, one who is with child; also called ແມ່ມານ.
2
ທີ່ມີລູກອ່ອນໃນທ້ອງເອີ້ນ ແມ່ມານ, ມານທ້ອງ ຫຼື ມີທ້ອງ.
3
ຜູ້ທຳຮ້າຍຄຸນຄວາມດີຂອງຜູ້ອື່ນ, ເອີ້ນເ ມານ.
4
ຜູ້ຮອງຮັບພາລະຄວາມເປັນແມ່, ຜູ້ມີຄວາມລຳຄານໃນການ ຖື ພາມານ.
5
ສິ່ງທີ່ມາຂັດຂວາງບໍ່ໃຫ້ໄດ້ຄວາມດີທີ່ຕົນປະສົງ, ເທວະດາທີ່ບໍ່ດີ ພວກໜຶ່ງ ເອີ້ນ ພະຍາມານ.
6
ໂຣກທີ່ເຮັດໃຫ້ທ້ອງໃຄ່ ມີຫຼາຍແນວ ເຊັ່ນ ມານນ້ຳ ມານຫີນ ມານເລືອດ, ແນວທີ່ໃຄ່ບວມໄປໝົດຕົວ ເອີ້ນ ມານຮຸ້ງ.
7
ເອີ້ນ ເຂົ້າສາລີ ຫຼື ຝັກສາລີວ່າ ມານ ເຊັ່ນ: ເຂົ້າສາລີສອງມານ, ສາມມານ ເປັນຕົ້ນ.
8
ເຂົ້ົ້າກຳລັງຈະຖອກ ເອີ້ນ ເຂົ້າມານ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →