ຄຳ·Entry
ມາຄະບູຊາ
ນາມ[ma-kha-bu-sa]
1
ການເຮັດບຸນໃນມື້ເພັງເດືອນສາມ ມີຊື່ວ່າ ບຸນມາຄະບູຊາ ໝາຍເຖິງ ມື້ທີ່ພະພຸດ ທະເຈົ້າປະຊຸມສົງ ແລະ ປົງອາຍຸສັງຂານ. ເປັນການເຮັດບຸນຕາມຮີດສິບສອງຂອງລາວໃນເດືອນສາມເພັງ ຊຶ່ງມີພິທີເຮັດບຸນເຂົ້າຈີ່ ຫຼື ບາງເຂດ ເອີ້ນ ບຸນເຂົ້າພັນກ້ອນ ເຊິ່ງເຮັດພ້ອມກັບຸນມາຄະບູຊາ ເຊິ່ງເພິ່ນປັ້ນເຂົ້າໜຽວຫຸ້ມດ້ວຍນໍ້າອ້ອຍປີ້ງ ຫຼື ຈີ່ໃຫ້ແຫ້ງນ້ອຍໜຶ່ງ ແລ້ວຈິ່ງເອົາໄຂ່ທາ ເມື່ອປີ້ງ ຫຼື ຈີ່ສຸກແລ້ວ ຈິ່ງເອົາໄປໃສ່ບາດ ຖວາຍແກ່ພະພິກສຸສົງ. ຊຶ່ງປາຣົບວັນທີພະສຳມາສຳພຸດທະເຈົ້າ ສະແດງພະປາຕິໂມກ ແກ່ພະອໍຣະຫັນ 1.250 ອົງ ໂດຍທີ່ບໍ່ໄດ້ມີການນັດໝາຍ, ພະອໍຣະຫັນເຫຼົ່ານັ້ນ ມາພົບກັນໂດຍບັງເອີນ, ເປັນວັນທີ່ພະພຸດທະເຈົ້າປະກາດຈັດຕັ້ງ ພະພຸດທະສາດສະໜາ ຂຶ້ນໃນໂລກ ຄືວັນເດືອນສາມ (3) ເພັງ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →