⌘ K
ຄຳ·Entry

ມັນ

ນາມ
[man]
1
ຊື່ຂອງມັນຕົ້ນຊະນິດໜຶ່ງທີ່ເກີດຂຶ້ນມາ ເປັນຫົວສາມາດກິນໄດ້, ພ້ອມທັງເປັນສິນຄ້າທຸລະກິດ, ພືດຈຳພວກໜຶ່ງ ເປັນຕົ້ນກໍມີ ເປັນເຄືອກໍມີ ໃຊ້ຫົວ ແລະ ຮາກເປັນອາຫານ, ມີຫຼາຍແນວ ຄື: ມັນແກວ, ມັນຕົ້ນ, ມັນອ້ອນ, ມັນອີ່ມູ້, ມັນທຽນ, ມັນນົກ, ມັນນ້ຳ, ມັນເພີ່ມ, ມັນພ້າວ, ມັນມືເສືອ, ມັນຮຶບ ແລະ ອື່ນໆ.

A type of tuber or root vegetable; plants (some with stems, some vines) whose tubers or roots are eaten as food, with many varieties such as yam, potato, sweet potato, cassava, taro, etc.

2
ຣົດຊາດຢ່າງໜຶ່ງ ເຊັ່ນຣົົດຊາດຂອງໝາກພ້າວຫ້າວ ເປັນຕົ້ນ ເອີ້ນ: ຣົົດມັນ ດັ່ງວ່າ ໝາກພ້າວຫ້າວຍິ່ງແກ່ຍິ່ງມັນ.
3
ເປັນເງົາ, ໃສ, ເຫຼື້ອມ ເຊັ່ນ: ເຫຼື້ອມເປັນມັນ.
4
ພາຢາກໃຫ້ເວົ້າ ເຊັ່ນ: ເຮັດພວມມັນ, ເວົ້າພວມມັນ.
5
ວັດຖຸຈຳພວກໜຶ່ງ ທີ່ໄດ້ຈາກຕົ້ນໄມ້ ເຊັ່ນ ຕົ້ນຕະແບງ, ຕົ້ນຊາດ, ຕົ້ນກຸງ, ຕົ້ນຍາງ ເອີ້ນ ນ້ຳມັນຍາງ.
6
ນ້ຳມັນທີ່ໄດ້ຈາກສັດ ເຊັ່ນ ໝູ ປາ ໄກ່ ເປັນຕົ້ນ ເອີ້ນ ນໍ້າມັນໝູ, ນໍ້າມັນປາ, ນໍ້າມັນໄກ່..
7
ນ້ຳມັນຈາກໝາກໄມ້ປະເພດປາມ ເອີ້ນ ນໍ້າມັນພືດ, ນໍ້າມັນປາມ ກໍວ່າ.
8
ນ້ຳມັນທີ່ຢູ່ໃນກະໂບງຫົວ ຫຼື ກະໂຫຼກຫົວ ເອີ້ນ ມັນສະໝອງ ຫຼື ມັນຂະໝອງ.
9
ນໍ້າມັນທີ່ໄດ້ຈາກບໍ່ໃຕ້ດິນ ເອີ້ນ: ນໍ້າມັນທໍາມະຊາດ ເຊັ່ນ: ນໍ້າມັນກາຊວນ, ແອັດຊັງ...
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ