⌘ K
ຄຳ·Entry

ມະໄລໝື່ນ ມະໄລແສນ

noun
ຊື່ຄຳພີໜຶ່ງ ທີ່ໄດ້ກ່າວໃນເລື່ອງພະເວດສັນດອນ ວ່າໃນຕອນພະມະໄລເຖຣະເຈົ້າ ໄດ້ຂຶ້ນໄປເມືອງສະຫວັນ ຊັ້ນດາວະດຶງ ໄດ້ພົບປະສົນທະນາກັນກັບພະໂພທິສັດຊື່ພະອະຣິຍະເມດໄຕ ຜູ້ທີ່ຈະລົງມາຕັດສະຮູ້ເປັນພະພຸດທະເຈົ້າອົງສຸດທ້າຍ ໃນ ຍຸກພຸດທະກັບນີ້, ໂດຍມີຄຳຖາມວ່າ: ພຸດທະບໍລິສັດຜູ້ປາດຖະໜາຢາກເຫັນໜ້າພະອະຣິຍະເມດໄຕ ຫຼື ຈະເກີດຮ່ວມສາດສະໜາຂອງພະອົງນັ້ນ ພວກເຂົາຄວນຈະເຮັດແນວໃດ? ເຊິ່ງໄດ້ຮັບຄຳແນະນຳວ່າ: ຂໍໃຫ້ມວນມະນຸດ ພາກັນເຮັດບຸນ ໃຫ້ທານ ຮັກສາສິນ 5, ສິນ 8 ໃຫ້ບໍລິສຸດຜຸດຜ່ອງ ແລະ ຈະບໍ່ຕ້ອງ ຂ້າພໍ່ ຕີແມ່ ຫຼື ຂ້າສະມະນະຊີພາມ ທຳຮ້າຍພະສົງ ໃຫ້ແຕກແຍກຈາກກັນ ໂດຍສະເພາະກໍຄື ໃຫ້ພາກັນເຮັດບຸນ "ພະເວດສັນດອນ ຊາດົກ 13 ກັນ ຫຼື ບຸນມະຫາຊາດ" ຈົ່ງໃຫ້ພາກັນຟັງເທດ ໃຫ້ແລ້ວໃນ ມື້ໜຶ່ງ ວັນດຽວ ໂດຍຖືວ່າ ເປັນບຸນສະແດງເຖິງການບໍາເພັນ ປາລະມີທຳຂອງພະໂຄດົມ ຫຼື ພະສຳມາສຳ ພຸດທະເຈົ້າ ທີ່ເຕັມໄປດ້ວຍພື້ນຖານ ແລະ ຄວາມສົມບູນແຫ່ງສິນທຳ. ຄືໝາຍຄວາມວ່າ: ເປັນການພໍ່າເພັນທານະປາມີ ຂອງຜູ້ສະແຫວງ ຫາພຸດທະພູມອັນຄົບຖ້ວນ ສົມບູນນັ້ນເອງ.

A Buddhist text about the monk Maleyadeva who visited heaven and spoke with the future Buddha Metteyya, asking about those who wish to see him.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ