⌘ K
ຄຳ·Entry

ພາສາລາວ

noun
ວະຈະນະຂອງຄົນລາວທີ່ປະສານຄວາມເຂົ້າໃຈກັນ ລະຫວ່າງຄົນພາຍໃນຂອງຊາດລາວ, ຊື່ຂອງພາສາທີ່ຄົນລາວໃຊ້ຕິດຕໍ່ພົວພັນກັນມາແຕ່ກຳເນີດ ເກີດຄວາມເປັນລາວ. ພາສາລາວແມ່ນພາສາກາງ ຫຼື ພາສາຊາດຂອງຄົນລາວທຸກທົ່ວໜ້າ. ປະເທດລາວມີພາສາດຽວ ຄືພາສາລາວ ເປັນພາສາທາງການ ແລະ ໃຊ້ຕິດຕໍ່ກັນທົ່ວປະເທດ, ຄົນລາວຕ້ອງຮຽນພາສາລາວເປັນພາສາທາງການ ແລະ ຕິດຕໍ່ກັນທົ່ວປະເທດ, ຄົນລາວຕ້ອງຮຽນພາສາລາວ ເປັນພາສາພື້ນຖານ ຂອງພະຍັນຊະນະເຄົ້າ 27 ຕົວຄື: ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ອ ຮ ແລະ ພະຍັນຊະນະປະສົມ 7 ຕົວ ຄື: ຫງ ຫຍ ໜ ໝ ຫຼ ຫວ ລວມເປັນ 33 ຕົວ. ພາສາລາວໄດ້ແບ່ງຫຼັກໄວຍາກອນ ການໃຊ້ອອກ ເປັນ 4 ພາກຄື: 1. ອັກຂະຣະວິທີ. 2. ວະຈີວິພາກ. 3. ວາກາຍະສຳພັນ. 4. ສັນທະລັກສະນະ. ແຕ່ລະພາກໄດ້ອະທິບາຍລະອຽດໃນວິທີການໃຊ້ຂອງພາສາຕາມບ່ອນມາຈາກ 3 ແຫຼ່ງໃຫຍ່ ຄື: 1. ພາສາການປາກເວົ້າມີມາແຕ່ກຳເນີດ ເກີດເປັນຄົນລາວ. 2. ໄດ້ມາຈາກການຕິດຕໍ່ ພົວພັນກັບບັນດາປະເທດເພື່ອນບ້ານ ແລະ ເພື່ອນມິດ ທາງທຸລະກິດ ຫຼື ສັງຄົມ. 3. ໄດ້ມາຈາກຄຳສອນຂອງພະພຸດທະສາດສະໜາ. ໝາຍເຫດ: ພາສາການປາກເວົ້າແມ່ນມີກຳເນີດມາແຕ່ມີຄວາມເປັນລາວ ແຕ່ພາສາການຂຽນ ແລະ ອ່ານ ແມ່ນຈາກພາສາປາລີ ແລະ ສັນສະກິດ ຕາມຄຳສອນຂອງພຸດທະສາ່ດສະໜາ ໃນປີ ພ.ສ. 236 (ກ່ອນ ປີ ຄ.ສ. 307). ຈາກຕົ້ນສະບັບ ການທຳສັງຄາຍະນາ ຄັ້ງທີ 3 ທີ່ເມືອງປັດຕະຣີບຸດ ຂອງປະເທດອິນເດຍ ໃນປີ ພ.ສ. 234 ແລະ ປີ ພ.ສ. 236 ພະເຈົ້າ ອະໂສກມະຫາຣາດ ແຫ່ງປະເທດອິນເດຍ ໄດ້ສົ່ງພະທຳມະທູດ 2 ອົງ ຄື: ພະໂສນະ ແລະ ພະອຸດຕະລະ ໃຫ້ນຳເອົາຄຳສອນຂອງພະພຸດທະເຈົ້າ ພ້ອມດ້ວຍອັກສອນການຂຽນ ແລະ ອ່ານທາງພຸດທະສາດສະໜາ ມາເຜີຍແຜ່ ໃນເຂດສຸວັນນະພູມ ອັນມີລາວຂອງເຮົາລວມຢູ່ດ້ວຍ. ສະນັ້ນ ຖ້ອຍຄຳສັບຂອງພາສາລາວ ທີ່ໃຊ້ກັນມາແຕາອະດີດເຖິງປັດຈຸບັນນີ້ ຈິ່ງເປັນຄຳສັບສຳຄັນ ຈາກພາສາປາລີ ແລະ ສັນສະກິດ ເປັນສ່ວນໃຫຍ່. ຄຳ ສັບລາວ ຈາກພາສາປາລີ ແລະ ສັນສະກິດ ຫຼື ພາສາຕ່າງປະເທດນັ້ນ ມີຄວາມໝາຍ ແລະ ການສະກົດ ຫຼື ການອອກສຽງຕົວອັກສອນເປັນ ຂອງຕົວເອງ; ຖ້າເຮົາເວົ້າຜິດ, ອ່ານຜິດ ຫຼື ສະກົດຕົວອັກສອນຜິດ. ຄວາມໝາຍຂອງພາສາ ກໍຈະຜັນປ່ຽນ ແຕກຕ່າງ ໄປຈາກສະພາບເດີມທັນທີ. (ພາສາຕ່າງໆໃນໂລກນີ້ ສ່ວນຫຼາຍໃຊ້ຄຳສັບ ແລະ ຫຼັກໄວຍາກອນ ຄ້າຍຄືກັນກັບ ພາສາລາວ. ຖ້າທ່ານຮຽນຮູ້ ແລະ ເຂົ້າໃຈພາສາລາວແມ່ ຂອງຕົນເອງຢ່າງລະອຽດອ່ອນແລ້ວ ຈະເປັນການງ່າຍທີ່ສຸດໃນການຮຽນ ແລະ ເຂົ້າໃຈ ພາສາຕ່າງຊາດດ້ວຍ).

The Lao language, the national and official language of Laos, used for communication among Lao people throughout the country since the origin of the nation.

ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ