⌘ K
ຄຳ·Entry

ພະແກ້ວມໍຣະກົດ

noun
ແມ່ນພະພຸດທະຮູບທີ່ພະມະຫາ ນາຄະເສນ ອໍຣະຫັນຕາເຈົ້າ ສ້ງຂຶ້ນທີ່ເມືອງປະຕະຣີບຸດ ເປັນຮູບເຈສີຂຽວງາມເຫຼື້ອມ, ເປັນພະພຸດທະຮູບທີ່ສັດສິດອົງໜຶ່ງຊຶ່ງໃຫ້ຄວາມຮົ່ມເຢັນແກ່ພີ່ນ້ອງປະຊາກອນ. ອີງຕາມຕຳນານພະເຈົ້າໄຊຍະເສດຖາທິຣາດກະສັດ ໄດ້ນຳເອົາ ພະພຸດທະຮູບອົງນີ້ ຈາກນະຄອນຊຽງໃໝ່ມາ ປະດິດສະຖານເປັນສົມບັດຂອງລາວຢູ່ນະຄອນຊຽງທອງ (ຫຼວງພະບາງ) ເປັນເວລາ 10 ປີ ແລະ ມາປະທັບຢູ່ວຽງຈັນເປັນເວລາ 219 ປີ, ພະ ພຸດທະຮູບອົງນີ້ ຊອບແນວຄິດຈິດໃຈ ຄວາມ ຊື່ສັດ ແລະ ຄວາມອ່ອນຫວານ ຂອງຄົນລາວຢ່າງບໍ່ມີວັນເຫືອດຫາຍ, ເນື່ອງຈາກການ ປົກຄອງບ້ານເມືອງ ມີການຂັດແຍ່ງຜິດພາດກັນ ລະຫວ່າງນະຄອນສີສະສັດ ຕະນາຄະນະຫຸດ (ນະຄອນນາກເຈັດຫົວ) ຂອງລາວ ແລະ ສະຫຍາມ, ໃນສະໄໝການປົກຄອງຂອງເຈົ້າສີຣິບຸນຍະສານ. ສະຫບາມ ຫຼື ໄທ ໄດ້້ຂົ້າມາບຸຣຸກ ດ້ວຍການຈູດເຜົານະຄອນວຽງຈັນ ແລ້ວ ຍັງບໍ່ພໍ, ທາງສະຫຍາມ ຫຼື ໄທ ຍັງໄດ້ກວດເອົາຊັບສິນສົມບັດ ຂອງລາວ ໄປຢ່າມະຫາສານ ຊຶ່ງລວມທັງ ພະແກ້ວ ມໍລະກົດ ອັນເປັນສົມບັດຂອງລາວ ມາແຕ່ບູ ຮານນະການ ໄປເປັນສົມບັດຂອງຕົນ ຮອດທຸກວັນນີ້ ໂດຍບໍ່ມີຫຼັກຖານໃນການໄດ້ຮັບອະນຸຍາດຈາກເຈົ້າຂອງບ້ານ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ