⌘ K
ຄຳ·Entry

ພະທາດຫຼວງ

noun
ແມ່ນ ປູຊະນີຍະສະຖານຂອງປະຊາຊົນລາວ ຊຶ່ງສ້າງຂຶ້ນ 2 ຄັ້ງຄື: ຄັ້ງທີ 1 ເມື່ອປີ ພ.ສ. 236 (ກ່ອນ ຄ.ສ. 307), ຜູ້ກໍ່ຕັ້ງ ແມ່ນພະຍາຈັນທະບູຣີປະສິດທິສັກ ຊຶ່ງເປັນເຈົ້າປົກຄອງນະຄອນວຽວຈັນໃນເວລານັ້ນ ພ້ອມດ້ວຍພະອໍຣະຫັນ 5 ພະອົງ ຄື: 1. ພະມະຫາຣັດຕະນະເຖຣະ, 2. ພະມະຫາຈຸນລະຣັດຕະນະເຖຣະ, 3. ພະມະຫາສຸວັນນະປາສາທະເຖຣະ, 4. ພະມະຫາຈຸນລະສຸວັນນະປາສາທະເຖຣະ, 5 ພະມະຫາສັງຄະວິຊາເຖຣະ ຊຶ່ວແມ່ນພະສົງລາວ ທີ່ໄດ້ຮຽນສຳເລັດຈາກກຸງຣາຊະຄຶ ປະເທດອິນເດຍ. ເມື່ອກັບມາກໍໄດ້ນຳເອົາພະພະບໍຣົມມະສາຣີຣິກະທາດ (ກະດູກຫົວອົກ) ຂອງພະພຸດທະເຈົ້່າມາ. ທັງ 5 ພະອົງ ຈິ່ງໄດ້ພາກັນຊັກຊວນພະຍາຈັນທະບູຣີປະສິດທິສັກ ພ້ອມດ້ວຍປະຊາຊົນຊາວເມືອງວຽງຈັນ ສ້າງທາດຂຶ້ນ ເພື່ອບັນຈຸພະບໍຣົມມະສາຣີຣິກະທາດນັ້ນ ໄວ້ເປັນທີ່ນົບໄຫວ້ສັກກາຣະບູຊາ ຕາມປະເພນີຂອງຜູ້ນັບຖື, ພະທາດນີ້ມີຮູບລັກສະນະເປັນອູບມຸງ ກໍ່ດ້ວຍຫີນ. ການກໍ່ສ້າງຄັ້ງທີ 2 ແມ່ນກໍ່ສ້າງໂດຍ: ພະເຈົ້າໄຊຍະເສດຖາທິຣາດ ຊຶ່ງກ່ອນໜ້ານີ້ ພະອົງໄດ້ໄປເປັນເຈົ້າຄອງນະຄອນຊຽງໃໝ່, ແລ້ວໄດ້ຍ້າຍມາຄອງນະຄອນຊຽງທອງ (ຫຼວງພະບາງ), ຈາກນັ້ນກໍໄດ້ຍ້າຍຈາກນະຄອນຊຽງທອງ ມາສະຖາ ປະນາເມືອງວຽງຈັນ ຂຶ້ນເປັນນະຄອນຫຼວງ ເມື່ອປີ ພ.ສ. 2103 (ຄ.ສ. 1560). ເມືອ່ສ້າງສຳເລັດແລ້ວ ໄດ້ໃສ່ຊື່ໃໝ່ວ່າ "ນະຄອນຈັນທະບູຣີສີສັດຕະນາຄະນະຫຸດອຸດຕະມະຣາດຊະທານີ". ຈາກນັ້ນພະອົງໄດ້ນຳພາປະຊາຊົນທົ່ວປະເທດ ໂດຍສະເພາະແມ່ນ ປະຊາຊົນຊາວນະຄອນຫຼວງວຽງຈັນ ໄດ້ສ້າງພະທາດໃຫຍ່ຂຶ້ນໜຶ່ງໜ່ວຍ ໂດຍໄດ້ກໍ່ກວມທາດນ້ອຍ ທີ່ພະຍາຈັນທະບູຣີປະສິດທິສັກ ໄດ້ສ້າງໄວ້ ເມື່ອກ່ອນນັ້ນເອງ. ການກໍ່ສ້າງຄັ້ງນີ້ໄດ້ເລີ່ມສ້າງໃນວັນເພັງ ເດືອນອ້າຍ (ເດືອນຈຽງ) ປີ ພ.ສ. 2103 (ຄ.ສ. 1566). ເມື່ອສ້າງສຳເລັດແລ້ວ ໄດ້ໃສ່ຊື່ໃໝ່ວ່າ "ເຈດີໂລກະຈຸລາມະນີ". ແຕ່ຄົນທັງຫຼາຍມັກເອີ້ນວ່າ "ທາດຫຼວງ" ຊຶ່ງກໍໝາຍຄວາມວ່າ "ທາດໃຫຍ່" ນັ້ນເອງ. ແລະ ກໍໄດ້ພາກັນເອີ້ນວ່າ "ພະທາດຫຼວງ" ມາຈົນເຖິງທຸກວັນນີ້. ພິທີການເຮັດບຸນ ມີການຄົບງັນ 3 ມື້, 3 ຄືນ ຄື: ເລີ່ມແຕ່ມື້ຂຶ້ນ 13 ຄໍ່າ (ຕອນບ່າຍ) ຮອດ 14, 15 ຄໍ່າ ເດືອນ 12. ເຄື່ອງບູຊາ ໃນສະໄໝກ່ອນທີ່ຍັງບໍ່ທັນມີໄຟຟ້າ ເພິ່ນໄດ້ກະເກນເອົາທຽນມາຈາກ 4 ຕົວເມືອງ ຄື: ເມືອງສີໂຄດດຕະບອງ, ເມືອງຈັນທະບູຣີ, ເມືອງສີສັດຕະນາກ ແລະ ເມືອງໄຊຍະເສດຖາ ໃຫ້ໄດ້ 1,000 ເຫຼັ້ມ. ນອກຈາກນັ້ນ ພໍ່ແມ່ປະຊາຊົນ ໃນ 4 ຕົວເມືອງ ຍັງໄດ້ນຳເອົາ ຜາສາດເຜິ້ງ ມາແຫ່ວຽອ້ອມພະທາດຫຼວງໄດ້ 3 ຮອບແລ້ວ ກໍເຮັດພິທີຖະຫວາຍ. ພະທາດຫຼວງມີຮູບເປັນສາມຖ້ານ ຄື: ຖ້ານລຸ່ມສຸດ ເປັນ ຕີນທາດ, ຖ້ານຖ້ວນສອງ ຖັດຈາກຖ້ານຫໍໄຫວ້ ຂຶ້ນໄປຖ້ານຖ້ວນສາມ ແມ່ນທາງຂຶ້ນ ທີ່ຖັດຈາກພະທາດນ້ອຍ 30 ໜ່ວຍນັ້ນ, ເຂົ້າໄປ. ລວງສູງ ແທກຈາກຕີນທາດ (ແຕ່ດິນເຖິງຍອດໄດ້) 45 ແມັດ ພໍດີ.

The great stupa, a sacred site of the Lao people, built twice; first in BE 236 (before CE 307), founded by King Chanthabouly with five arahants.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ