⌘ K
ຄຳ·Entry

ປາເຕົາ/ປາກະເຕົາ

ນາມ
[pa-teoa-pa-ka-teoa]
1
ປາແຕບ ຫຼື ປາສ້ອຍ ທີ່ຕາກໃຫ້ແຫ້ງດີແລ້ວໂດຍບໍ່ໄສ້ຂີ້ ບໍ່ໃສ່ເກືອ ເອົາຕຳລົງໃສ່ໃນບັ້ງໄມ້ໄຜ່ບ້ານ ເພື່ອເອົາໄວ້ກິນດົນນານ ໂດຍສະເພາະໃນຍາມເຮັດນາ ເອີ້ນ: ບັ້ງປາເຕົາ. ປາກະເຕົາຈັດໄວ້ເປັນ 2 ປະເພດ ຄື: ປາກະເຕົາທໍາມະດາ ຄືປາແຫ້ງທີ່ບໍ່ໄດ້ຕຳຍັດໃສ່ບັ້ງ ແລະ ປາກະເຕົາບັ້ງ (ເອົາມາຕຳໃສ່ບັ້ງໄມ້ໄຜ່ບ້ານສອງ ຫຼື ສາມປ້ອງ) ປາເຕົາເປັນອາຫານຊັ້ນໜຶ່ງ ຂອງພີ່ນ້ອງລາວຊາວເມືອງໃຕ້ ມັນຈະນົວ ແລະ ມີກິ່ນຫອມດີ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ