ຄຳ·Entry
ປາຣາຊຶກ
noun໑
ໂທດກຳໜັກ ຫຼື ພົ້ນຈາກຄວາມເປັນພະພິກສຸສົງ, ອາບັດໜັກຂອງພະວິໄນສົງ, (ພິກສຸສົງທີ່ຕ້ອງອາບັດນີ້ ເຖິງຫົ່ມຜ້າເຫຼືອງ ກໍບໍ່ມີຄວາມໝາຍໃນຄວາມເປັນພະ ເພາະຄວາມບໍລິສຸດໝົດຊິ້ນແລ້ວ ຕ້ອງຂາດຈາກຄວາມເປັນພະພິກສຸ). ອາບັດໜັກ 4 ຄື: 1. ເສບເມຖຸນ (ເສບກາມາຣົມກັບເພດກົງກັນຂ້າມ), 2. ລັກຊັບສົມບັດ ຂອງສ່ວນຮວມ ຫຼື ສ່ວນບຸກຄົນ. 3. ຂ້າມະນຸດ (ຂ້າຄົນ). 4. ອວດອຸດຕະຣິ ມະນຸດສະທຳ (ອວດຮູ້ສະຫຼາດຕົນເອງ ແຕ່ຕົນບໍ່ຮູ້ ສົມຄວາມອວດສະຫຼາດ, ແບບຮູ້ແຕ່ສອນຄົນອື່ນ ແຕ່ບໍ່ເຄີຍສອນຕົນເອງ.
A major offense of a Buddhist monk resulting in expulsion from the monastic community; one of four grave offenses that lead to the loss of monkhood.
ຄຳພ້ອງ · Synonymsclick any word to explore it
Spotted something else?Full correction form →