ຄຳ·Entry
ປາຂ່າ
noun໑
ເປັນປາໜັງຊະນິດໜຶ່ງ ທີ່ລ້ຽງລູກດ້ວຍນ້ຳນົມ ໂຕໃຫຍ່ທໍ່ຄວາຍ ມີຢູ່ໃນນໍ້າຂອງໃຕ້ຄອນພະເພັງລົງໄປທາງເວີນຄາມ. ປາຂ່ານີ້ຄົນຈະບໍ່ລ່າ ແລະ ບໍ່ຂ້າມັນ ເພາະມີເລື່ອງເລົ່າມາວ່າ ມັນເຄີຍຊ່ວຍຊູເອົາຄົນເວລາມີເຮືອຫຼົ້ມ ມັນຈະມາຊ່ວຍປ້ອງ ແລະ ດັນຄົນໄວ້ບໍ່ໃຫ້ຈົມນໍ້າຕາຍ. ປັດຈຸບັນເພິ່ນໃສ່ຊື່ໃຫ້ມັນວ່າປາໂລມານໍ້າຈືດ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →