⌘ K
ຄຳ·Entry

ປາກ

noun
ອະໄວຍະວະພາກສ່ວນໜຶ່ງຂອງຮ່າງກາຍ ທີ່ຢູ່ລຸ່ມດັງ ແລະ ຢູ່ເທິງຄາງ ຫຼື ຄໍ ຂອງຄົນ ແລະ ສັດ, ປ່ອງສຳລັບກິນອາຫານ ເອີ້ນ: ປາກ.

A body part located below the nose and above the chin or throat of humans and animals; the cavity used for eating food, called 'mouth'.

ປ່ອງ ແຫ່ງ ຫຼື ບ່ອນທີ່ຂອງຕ່າງໆ ເຊັ່ນ: ປາກສ້າງ, ປາກໝໍ້, ປາກຖໍ້າ, ປາກທາງ, ບ່ອນທີ່ທະເລ ຫຼື ບ່ອນເປັນແງ່ເຂົ້າມາ ຮຽກ: ປາກອ່າວ, ປາກຫ້ວຍ ບ່ອນນໍ້າຫ້ວຍໄຫຼໃສ່ແມ່ນໍ້າໃຫຍ່, ປາກເຊ ບ່ອນທີ່ນໍ້າເຊຕົກໃສ່ນໍ້າຂອງ, ຕົ້ນທາງບ່ອນຊິເຂົ້າໄປດົງ ຮຽກ: ປາກດົງ ກໍວ່າ.
ປ່ອງ ຫຼື ຮູ ຢູ່ທີ່ປາຍຂອງວັດຖຸໃດໜຶ່ງ ເຊັ່ນ ປາກກະບອກປືນ, ປາກປືນ.
ປາຊະນິດໜຶ່ງມີເກັດຄ້າຍຄື ປາຂາວ ແຕ່ຕົວໃຫຍ່ ແຂບພື້ນທ້ອງສອງຂ້າງມີສີເຫຼືອງເໝືອນຄໍາ ຮຽກ: ປາປາກ.
ຈໍານວນຮ້ອຍ ຮຽກ: ປາກ (ແຜງມາຈາກແປະປັ໊ກ ແລ້ວມາເປັນປາກໃນພາສາຈີນ).
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ