ຄຳ·Entry
ປະຕິສັນຖານ
ກິລິຍາ[pa-ti-san-than]
1
ບົວລະບັດຮັກສາແຂກຜູ້ມາຢ້ຽມຢາມ, ໃຫ້ຄວາມອຸບປະຖຳຮັກສາແຂກ, ເປີດປະຕູຮັບດ້ວຍຄວາມຍຶ້ມແຍ້ມແຈ່ມໃສ, ຕ້ອນຮັບດ້ວຍຄວາມເຕັມໃຈ.
To attend to and welcome a visitor, provide hospitality, receive with a smile and joy.
2
ການ ຕ້ອນຮັບດ້ວຍການທັກທາຍເວົ້າຈາ ຫຼື ດ້ວຍສິ່ງຂອງ, ປະຕິສັນຖານແບ່ງອອກເປັນ 2 ຢ່າງ: 1. ອະມິດປະຕິສັນຖານ ໄດ້ແກ່ ປະຕິສັນຖານດ້ວຍສິ່ງຂອງ. 2. ທຳມະປະຕິສັນຖານ ໄດ້ແກ່ປະຕິສັນຖານດ້ວຍທຳມະ ຫຼື ໂດຍຄວາມຮູ້.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →