⌘ K
ຄຳ·Entry

ບົວ

noun
ພືດຊະນິດໜຶ່ງທີ່ເກີດໃນໜອງຕົມ ໂດຍມີຮາກເຫງົ້າກິນຕົມເປັນອາຫານ ມີໃບໃຫຍ່ ແລະ ໝາກ, ເຄືອໃບບົວສາມາດເອົາມາກິນເປັນອາຫານ ຂອງຄົນ ແລະ ສັດໄດ້, ບົວມີຫຼາຍແນວ ມີດອກເປັນສີຕ່າງກັນຄື: ບົວຫຼວງດອກໃຫຍ່, ບົວທອງ ດອກຜ້ານກາງ, ກ້ານຍາວ ກ້ານໃຊ້ເປັນຜັກກິນ, ບົວຂີ້ແບ້ ດອກນ້ອຍ ແລະ ກ້ານກໍນ້ອຍ.
ລັກສະນະຂອງຊີ້ນໝາກໄມ້ທີ່ຫຸ້ມໃນຢູ່, ຮູບຄືດອກບົວຈູມ ເອີ້ນ: ບົວ, ດັ່ງ ນວນໝາກມີ້ ເປັນຕົ້ນ ເອີ້ນ ບົວໝາກມີ້.
ຫຼອດ ຫຼື ສາຍດູດເຫຼົ້າໂທ ຫຼື ເຫຼົ້າໄຫ ເປັນກ້ານ ຫຼື ສາຍຍາວ ຄື ສາຍບົວ, ແຜ່ນຜ້າເປັນແຖບຍາວທີ່ຖັກລວດລາຍສວຍງາມໃຊ້ຫຍິບຕໍ່ໃສ່ຄໍເສື້ອ ເອີ້ນ ບົວຄໍເສື້ອ.
ອຸປະກອນໃຊ້ຕັກນໍ້າຫົດຜັກ ມີຫົວຫົດຄ້າຍຝັກໝາກບົວ ມີຮູນ້ອຍໆຫຼາຍຮູ ຢູ່ທີ່ຝັກນັ້ນ ເພື່ອໃຫ້ນໍ້າໄຫຼອອກເປັນຝອຍ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ