ຄຳ·Entry
ບົດ
ກິລິຍາ[bot]
1
ຄວາມບໍ່ມີແສງສະຫວ່າງສ່ອງເຂົ້າມາຂ້າງ ໃນ, ຂີ້ເຝື້ອຕັນດວງຕາເວັນ, ຄຶ້ມຟ້າ ແລະ ມືດຝົນ, ເວລາທ່ຽງຕາເວັນບໍ່ສ່ອງແສງ, ບໍ່ມີແດດສ່ອງແສງ, ມືດ, ຄຶ້ມ, ບໍ່ມີແດດ.
To be without sunlight or light coming in; overcast, dark, or shaded.
2
່ປັ່ນໃຫ້ມີການແຕກ ມຸ່ນລະອຽດອ່ອນ, ຕໍາ ຫຼື ສີໃຫ້ມຸ່ນ.
3
4
ຜູ້ຊອກຄົ້ນຫາຄຸນຄວາມດີ ຫຼື ຫາເສັ້ນທາງຫາຄວາມຫຼຸດພົ້ນຈາກກິເລດຕັນ ຫາ, ຜູ້ສະແຫວງຫາຄຸນນະທຳຕາມຮອຍຂອງພະສຳມາສຳພຸດທະເຈົ້ານັ້ນ.
5
ການ ເຄື່ອນໄຫວຂອງຮ່າງກາຍ.
6
ຊື່ພະພຸດທະຮູບທີ່ຂຽນ ຫຼື ແຕ້ມໄວ້ໃນແຜ່ນຜ້າ. ຜູ້ມີສັດທາ ແຕ່ເງິນບໍ່ຫຼາຍ ມັກສ້າງພະພຸດທະຮູບແຜ່ນຜ້ານີ້ເປັນພຸດທະບູຊາ, ບາງທ້ອງຖິ່ນເອີ້ນ ພະບົດ.
7
ທາງແຫ່ງການກະທຳ ຮຽກ ກຳມະບົດ, ທ່າທີເປັນຝ່າຍດີ ຮຽກ ກຸສົນ ກຳມະບົດ.
8
ຫົວຂໍ້ເລື່ອງ ເຊັ່ນ ບົດທີໜຶ່ງ, ບົດທີສອງ, ບົດທີສາມ ເປັນຕົ້ນ.
9
ຊື່ເຫັດ ຊະນິດໜຶ່ງ ທີ່ເກີດຕາມຂອນໄມ້ ເອີ້ນວ່າ: ເຫັດບົດ. ເວລາມັນແຫ້ງຄາຂອນ ເອີ້ນ: ເຫັດກະດ້າງ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →