ຄຳ·Entry
ນໍ
ນາມ[no]
1
ສິ່ງທີ່ປົ່ງຂຶ້ນມາຈາກໜ້າຜາກຄົນ ເອີ້ນ: ໜ້ານໍ.
2
ເຂົາທີ່ປົ່ງຂຶ້ນເໜືອດັງແຮດ ແລະ ສູ້ ມີລັກສະນະຄືເຂົາຄວາຍ ເອີ້ນ ນໍແຮດ, ນໍສູ້ ແຕ່ແຮດມີ 2 ນໍ, ນໍໃຕ້ຢູ່ຖິດດັງຂຶ້ນໄປ ນໍເທິງຢູ່ຊື່ໜ້າຜາກ, ນໍຢູ່ໃຕ້ ໃຫຍ່ ນໍຢູ່ເທິງ ນ້ອຍ. ສ່ວນສູ້ ມີນໍດຽວ.
3
ຊື່ຕົ້ນໄມ້ຂະໜາດໃຫຍ່ແນວໜຶ່ງ ໃບກ້ຽງແລະ ໜາ ດອກນ້ອຍກິ່ນຫອມ ເອີ້ນ ຕົ້ນດອກນໍ.
4
ຊື່ເຄື່ອງເສບແນວໜຶ່ງຄ້າຍຄືແຄນ ເປັນຂອງຄົນລາວ ຫຼື ແຄນຄົນມູເຊີ (ມົ້ງ).
5
ເປັນຄຳຊ່ວຍກິລິຍາໃນການຮ້ອງຂໍ ຫຼື ການອ້ອນວອນ ຫຼື ຄຳວິເສດ ເຊັ່ນ: ໄປນຳ ກັນນໍ, ກິນນຳກັນນໍ, ດີນໍ, ໃຫຍ່ນໍ. ນໍເຮີ້ຍນໍ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →